• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະດີດນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen ຖະແຫຼງອຳລາສະພາແຫ່ງຊາດ

ຕາມບັນດານັກຊ່ຽວຊານແລ້ວ, ເລື່ອງອອກຈາກສະພາແຫ່ງຊາດຄັ້ງນີ້ຂອງທ່ານປະທານພັກ CPP Samdech Hunsen ແມ່ນເພື່ອແນໃສ່ກະກຽມໃຫ້ການຮັກສາຕຳແໜ່ງປະທານສະພາສູງ ກຳປູເຈຍ ໃນໄລຍະຈະມາເຖິງ.
ທ່ານ Samdech Hunsen, ປະທານພັກປະຊາຊົນ ກຳປູເຈຍ (CPP)

ວັນທີ 1 ເມສາ, ໃນວາລະໄຂກອງປະຊຸມສະໄໝສາມັນຄັ້ງ 2 ຂອງສະພາແຫ່ງຊາດຊຸດທີ VII, ທ່ານ Samdech Hunsen, ປະທານພັກປະຊາຊົນ ກຳປູເຈຍ (CPP), ສະມາຊິກສະພາແຫ່ງຊາດແຂວງ Kandal ໄດ້ຖະແຫຼງອຳລາສະພາແຫ່ງຊາດ ເພື່ອກະກຽມດຳລົງຕຳແໜ່ງໃໝ່ທີ່ສະພາສູງ.      

ຕາມບັນດານັກຊ່ຽວຊານແລ້ວ, ເລື່ອງອອກຈາກສະພາແຫ່ງຊາດຄັ້ງນີ້ຂອງທ່ານປະທານພັກ CPP Samdech Hunsen ແມ່ນເພື່ອແນໃສ່ກະກຽມໃຫ້ການຮັກສາຕຳແໜ່ງປະທານສະພາສູງ ກຳປູເຈຍ ໃນໄລຍະຈະມາເຖິງ. ກ່ອນໜ້ານັ້ນ, ພັກ CPP ກໍ່ຮັບຮູ້ວ່າ ພັກນີ້ຈະສະເໜີທ່ານ Hunsen ເປັນປະທານສະພາສູງເມື່ອພັກນີ້ຈັດກອງປະຊຸມໃນວັນທີ 3 ເມສາ. ຖ້າຫາກໄດ້ດຳລົງຕຳແໜ່ງນີ້, ທ່ານຈະຮັກສາສິດເປັນປະມຸກລັດເມື່ອເຈົ້າຊີວິດ ກຳປູເຈຍ ຢູ່ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top