• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອວຍພອນບຸນປີໃໝ່ປະຈຳຊາດຂອງລາວ

      ທ່ານ ເຈິ່ນລຶວກວາງ, ຮອງເລຂາຜູ້ປະຈຳ ຄະນະພັກນະຄອນໂຮ່ຈີມິນ  ໄດ້ໄປອວຍພອນພະນັກງານ ພາລະກອນສະຖານກົງສູນໃຫ່ຍລາວ ປະຈຳນະຄອນໂຮ່ຈີມິນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຂອງລາວ
ທ່ານ ເຈິ່ນລຶວກວາງ (ຊ້າຍ) ແລະ ທ່ານນາງ ພິມພາ ແກ້ວມີໄຊ
      ວັນທີ 12 ເມສາ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ເຈິ່ນລຶວກວາງ, ຮອງເລຂາຜູ້ປະຈຳ ຄະນະພັກນະຄອນໂຮ່ຈີມິນ ນຳໜ້າ ໄດ້ໄປອວຍພອນພະນັກງານ ພາລະກອນສະຖານກົງສູນໃຫ່ຍລາວ ປະຈຳນະຄອນໂຮ່ຈີມິນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຂອງລາວ. ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີບາສີສູ່ຂວັນປະຈຳຊາດລາວ.
      ນະທີ່ນີ້, ທ່ານ ເຈິ່ນລຶວກວາງ ປາດຖະໜາວ່າ, ທ່ານນາງຫົວໜ້າກົງສູນ ພິມພາ ແກ້ວມີໄຊ ພ້ອມກັບ ພະນັກງານ ພາລະກອນສະຖານກົງສູນໃຫ່ຍລາວ ປະຈຳນະຄອນໂຮ່ຈີມິນ ຈະປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ພ້ອມກັບນະຄອນໂຮ່ຈີມິນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດ.
      ສ່ວນທ່ານນາງ ພິມພາ ແກ້ວມີໄຊ ກໍ່ປາດຖະໜາ ຢາກໃຫ້ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈີມິນ ຈະສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືມິດຕະພາບ, ປັບປຸງ, ພັດທະນາສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ພ້ອມກັນປະກອບສ່ວນສ້າງສາ ແລະ ພັດທະນາສອງປະເທດ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top