• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ແລະ ຈີນ​ຍູ້​ແຮງ​ການ​ຮ່ວມ​ມື​​ຮອບ​ດ້ານ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນເພື່ອ​ພ້ອມ​ກັນ​ພັດ​ທະ​ນາ

ຕອນ​ບ່າຍ​ວັນ​ທີ 5 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ ຟ້າມ​ມິ​ງ​ຈິງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ He Wei ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ ຫວຽດ​ນາມ.
  ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ (ພາບ: VOV)  

ເນັ້ນ​ໜັກ​ເຖິງ​ນ້ຳ​ໃຈ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ແລະ ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປ​າຍ​ຂອງ​ພັກ, ລັດ, ລັດ​ຖະ​ບານ ຫວຽດ​ນາມ ໃນ​ການ​ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ ຈີນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປາດ​ຖະ​ໜາ​ຢາກ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຍູ້​ແຮງ​ການ​ຮ່ວມ​ມື​ຮອບ​ດ້ານ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​​ເພື່ອພ້ອມ​ກັນ​ພັດ​ທະ​ນາ.

ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ​ສອງ​ຝ່າຍ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຄ້າ​ສອງ​ຝ່າຍ​ຕາມ​ທິດ​ດຸ່ນ​ດ່ຽງ, ຍືນ​ຍົງ, ເປີດ​ປະ​ຕູ​ຢ່າງ​ສຸດ​ຂີດ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ ແລະ ການ​ລ້ຽງ​ສັດ​ຂອງ ຫວຽດ​ນາມ, ສ້າງ​ບາດ​ກ້າວ​ບຸກ​ທ​ະ​ລຸ​ກ່ຽວ​ກັບ​ການ​ເຊື່ອມຕໍ່​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ໃຫ້​ບຸ​ລິ​ມະ​ສິດ​ສູງ​ແກ່ການ​ຮ່ວມ​ມື​ທາງ​ລົດ​ໄຟ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ສອງ​ປະ​ເທດ​ກັບ​ພາກ​ພື້ນ​ຕາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອາ​ຊີ​ກາງ, ເອີ​ລົບ; ຊຸກ​ຍູ້​ ການ​ຮ່ວມ​ມື​ດ້ານພະ​ລັງ​ງານ, ການ​ຄ້າ, ທະ​ນາ​ຄານກ່​ວາ​ອີກ​; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ.

ສ່ວນ​ທ່ານ He Wei ຢັ້ງ​ຢືນ​ວ່າ​ພັກ ແລະ ລັດ​ຈີນ ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງແກ່​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ນະ​ໂຍ​ບາຍ​ການ​ທູດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ. ຈີນ​ພ້ອມ​ແລ້ວ​ທີ່​ຈ​ພ້ອມ​ກັບ ຫວຽດ​ນາມ ຮັກ​ສາ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ​ຂັ້ນ​ສູງ​​ເປັນປະ​ຈຳ, ເຮັດ​ໃຫ້​ການ​​ຮ່ວມ​ມື​​ໃນ​ທຸກ​ຂົງ​ເຂດເລິກ​ເຊິ່ງແລະ​ແທດ​ຈິ່ງກວ່າຢ່າງ​ບໍ່​ຢຸດ​ຢັ້ງ​, ປະ​ກອບ​ສ່ວນ​​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ ຮ່ວມ​ມືຍຸດ​ທະ​ສາດ​ຮອດ​ບ້ານ, ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຈີນ - ຫວຽດ​ນາມ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ແບ່ງ​ປັນ​ວ່າ​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ.

Top