• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 215 ຂອງ​ສະ​ພາ​ບໍ​ລິ​ຫານ​ງານ​ຂອງ UNESCO

ກອງປະຊຸມຊຸດທີ 215 ຂອງສະພາບໍລິຫານງານຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຈັດຂຶ້ນໃນລະຫວ່າງ 05 – 19 ຕຸລາ, ຢູ່ ປາຣີ, ດ້ວຍການເຂົ້າຮ່ວມຂອງ 58 ປະເທດສະມາຊິກ.
  ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມ (ພາບ: ກະຊວງການຕ່າງປະເທດ)  

ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ທ່ານນາງ ເລທິທູຮັ່ງ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນ, ບົດບາດ ແລະ ການປະກອບສ່ວນຕັ້ງໜ້າຂອງ UNESCO ໃນການຮັບມື ແລະ ແກ້ໄຂບັນດາບັນຫາທົ່ວໂລກ; ພ້ອມທັງຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າພ້ອມກັບບັນດາສະມາຊິກຂອງ UNESCO ຜັນຂະຫຍາຍບັນດາການເຄື່ອນໄຫວຂອງ UNESCO ໃນທຸກຂົງເຂດ. ທ່ານນາງ ເລທິທູຮັ່ງ ກໍ່ປະກາດວ່າ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມທົ່ວໂລກ ກ່ຽວກັບພູເຂົາໄຟຢູ່ ດັກລັກ ໃນວັນທີ 24 – 26 ພະຈິກຈະມາເຖິງ.

ເນື່ອງໃນໂອກາດນີ້, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ພົບປະ, ເຮັດວຽກກັບທ່ານຜູ້ອຳນວຍການອົງການ UNESCO Audrey Azoulay; ທ່ານຮອງຜູ້ອຳນວຍການໃຫຍ່ UNESCO Xing Qu ແລະ ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ຮັບຜິດຊອບການພົວພັນຕ່າງປະເທດ Edouard Firmin Matoko ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືເພື່ອແນໃສ່ຫັນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO ໄລຍະ 2021 – 2025 ແລະ ບັນດາມາດຕະການປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງໃນໄລຍະຈະມາເຖິງ ເປັນລະອຽດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top