• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ - ອ​າ​ເມ​ລິ​ກາ ໃຫ້​ບຸ​ລິ​ມະ​ສິດ​ສູງ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດນາມ ແລະ ອາເມລິກາ ຈະສົມທົບກັນກະກຽມໃຫ້ແກ່ການໂອ້ລົມທາງໂທລະສັບໃນໄລຍະຈະມາເຖິງລະຫວ່າງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden, ແລະ ມຸ່ງໄປເຖິງການປະຕິບັດການຢ້ຽມຢາມຂັ້ນສູງລະຫວ່າງສອງຝ່າຍໃນຈຸດເວລາທີ່ເໝາະສົມ.

ນີ້ແມ່ນເນື້ອໃນເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໂອ້ລົມສົນທະນາ ແລະ ເຫັນດີເປັນເອກະພາບໃນການພົບປະຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 12 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ປະເທດ ກຳປູເຈຍ.   

  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ທີ່ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 10 (ພາບ: TTXVN)  

ການນຳສອງທ່ານໄດ້ຢັ້ງຢືນ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງແກ່ສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ; ເຫັນດີເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ຝາກຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ມາຍັງທ່ານປະທານາທິບໍດີ ອາເມລິກາ Joe Biden ມາ ຢ້ຽມຢາມ ຫວຽດນາມ. ແລະ ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ຈະສັບຊ້ອນເວລາດຳເນີນການຢ້ຽມຢາມໃນຈຸດເວລາທີ່ເໝາະສົມ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top