• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ຕ້ອນ​ຮັບບັນ​ດາ​ນັກ​ທ່ອງ​ທ່ຽວ​ຄົນ​ທຳ​ອິດ​ໃນ​ປີ 2025

ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ໂຮ່ຈີມິນ ແຂວງ ລາວກາຍ ໄດ້ສົມທົບກັບອຳນດາການປົກຄອງທ້ອງຖິ່ນ ແລະ ຂະແໜງທາງລົດໄຟ ຈັດຕັ້ງການຕ້ອນຮັບຄະນະນັກທ່ອງທ່ຽວທຳອິດມາທ່ຽວແຂວງ ລາວກາຍ ດ້ວຍລົດໄຟ. ຄະນະນັກທ່ອງທ່ຽວດັ່ງກ່າວລວມມີກວ່າ 400 ຄົນ, ໃນນັ້ນ ມີນັກທ່ອງທ່ຽວສາກົນ 300 ຄົນ.
ພິທີຕ້ອນຮັບບັນດາຄະນະນັກທ່ອງທ່ຽວມານະຄອນ ໃນຕົ້ນປີ 2025 ຢູ່ສະໜາມບິນ ເຕິນເຊີນເຍິດ (ພາບ: TTXVN)

ຕອນເຊົ້າວັນທີ 01 ມັງກອນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບບໍລິສັດການບິນແຫ່ງຊາດ ຫວຽດນາມ ແລະ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ ຈັດຕັ້ງພິທີຕ້ອນຮັບບັນດາຄະນະນັກທ່ອງທ່ຽວມານະຄອນ  ໃນຕົ້ນປີ 2025 ຢູ່ສະໜາມບິນ ເຕິນເຊີນເຍິດ. ພາຍຫຼັງເດີນທາງມາຮອດນະຄອນໂຮ່ຈີມິນ, ບັນດາຄະນະນັກທ່ອງທ່ຽວໄດ້ຮັບຊົມລາຍການສະແດງດົນຕີພື້ນເມືອງ ແລະ ດື່ມນ້ຳຊາ…

ໃນຕອນເຊົ້າວັນດຽວກັນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ໂຮ່ຈີມິນ ແຂວງ ລາວກາຍ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ຂະແໜງທາງລົດໄຟ ຈັດຕັ້ງການຕ້ອນຮັບຄະນະນັກທ່ອງທ່ຽວທຳອິດມາທ່ຽວແຂວງ ລາວກາຍ ດ້ວຍລົດໄຟ. ຄະນະນັກທ່ອງທ່ຽວດັ່ງກ່າວລວມມີກວ່າ 400 ຄົນ, ໃນນັ້ນ ມີນັກທ່ອງທ່ຽວສາກົນ 300 ຄົນ. ທ່ານ ຮ່າວັນຖັງ, ຜູ້ອຳນວຍການພະແນກທ່ອງທ່ຽວແຂວງ ລາວກາຍ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຫວັງວ່າ ຜ່ານການຕ້ອນຮັບນັກທ່ອງທ່ຽວໃນມື້ທຳອິດຂອງປີໃໝ່, ຈະປະກອບສ່ວນໂຄສະນາເຜີຍແຜ່ພາບພົດ, ວັດທະນະທຳ, ການທ່ອງທ່ຽວຂອງແຂວງ, ກ້າວເຂົ້າສູ່ປີໃໝ່ດ້ວຍຜົນງານທີ່ໜ້າຊື່ນຊົມ, ຄຸນນະພາບການບໍລິການໄດ້ຮັບການຍົກສູງຂຶ້ນ ດ້ວຍບັນດາຜະລິດຕະພັນທີ່ໃໝ່ອ່ຽມ”.

ກໍໃນຕອນເຊົ້າຂອງວັນດຽວກັນ, ຄະນະຄຸ້ມຄອງສວນອຸທິຍານແຫ່ງຊາດ ຟອງຍາ - ແກ໋ບ່າງ ກໍໄດ້ຈັດພິທີຕ້ອນຮັບຄະນະນັກທ່ອງທ່ຽວທຳອິດທີ່ມາທ່ຽວມໍລະດົກທຳມະຊາດລະດັບໂລກ ຟອງຍາ - ແກ໋ບ່າງ ປີ 2025.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top