ຂ່າວສານ
ຫຼໍ່ລ້ຽງ “ກົກເຄົ້າ” ນ້ຳໃຈມິດຕະພາບ ຫວຽດນາມ - ລາວ: ທ່ານອະດີດປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ມີຄວາມສຸດຈິດສຸດໃຈຕໍ່ລຸ້ນໜຸ່ມ
ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດແຫ່ງ ສປປ.ລາວ ເຖິງແກ່ມໍລະນະກຳໃນວັນທີ 08 ສິງຫາ, ແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ. ໃນຕະຫຼອດຊີວິດເຄື່ອນໄຫວປະຕິວັດຂອງຕົນ, ທ່ານບໍ່ພຽງແຕ່ແມ່ນການນຳດີເລີດຂອງປະເທດ ລາວ ເທົ່ານັ້ນ, ຫາກຍັງແມ່ນເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ ອີກດ້ວຍ. ໜຶ່ງໃນບັນດາມໍລະດົກພົ້ນເດັ່ນທີ່ສຸດ, ມີລັກສະນະຍາວນານເຊິ່ງທ່ານອະດີດປະທານສະແຫ່ງຊາດ ໄຊສົມພອນ ພົມວິຫານ ປະໄວ້ໃຫ້ນັ້ນແນ່ນຄວາມສຸດຈິດສຸດໃຈບຳລຸງສ້າງ ແລະ ສຶກສາລຸ້ນໜຸ່ມຂອງ 2 ປະເທດ. ໃນຖານະຕຳແໜ່ງປະທານສະພາແຫ່ງຊາດ, ທ່ານໄດ້ຕັ້ງໜ້າຊຸກຍູ້ບັນດາໂຄງການສຶກສາລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ.
“ຍິ່ງກວ່າເວລາໃດໝົດ, 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຕ້ອງຖືເປັນສຳຄັນ, ເອົາໃຈໃສ່ຫຼາຍກວ່າໃນການສຶກສາໃຫ້ລຸ້ນໜຸ່ມ 2 ປະເທດເຂົ້າໃຈແຈ້ງເນື້ອແທ້ຂອງນ້ຳໃຈສາມັກຄີແບບພິເສດ ລາວ - ຫວຽດນາມ. ຕ້ອງເອົາໃຈໃສ່ເປັນພິເສດເຖິງບັນດາລຸ້ນສືບທອດ, ໂດຍສະເພາະແມ່ນລຸ້ນໜຸ່ມ, ບັນດາຜູ້ເກີດມາໃໝ່ ແລະ ເຕີບໃຫຍ່ໃນເງື່ອນໄຂໃໝ່, ສະພາບການໃໝ່. ລຸ້ນໜຸ່ມຕ້ອງຖືການປົກປັກຮັກສາ, ສືບທອດສາຍພົວພັນເຊິ່ງບັນດານັກປະຕິວັດລຸ້ນກ່ອນຂອງ 2 ປະເທດໄດ້ເພີມພູນຄຸນສ້າງດ້ວຍເລືອດເນື້ອ ແມ່ນໜ້າທີ່ການເມືອງຂອງຕົນເອງ, ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອພິເສດນີ້ຍືນຍົງຄົງຕົວຕະຫຼອດໄປ, ພ້ອມກັບຈັບມືກັນກ້າວຂຶ້ນ”.
ເມື່ອຕອບສຳພາດສື່ມວນຊົນ ຫວຽດນາມ ປະຈຳ ລາວ, ທ່ານ ຫງວຽນມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ: ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ປະໄວ້ໃຫ້ຂີດໝາຍພົ້ນເດັນຫຼາຍຢ່າງໃນການພົວພັນລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ. ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ຖືເປັນສຳຄັນການຮ່ວມມືໃນການສຶກສາ, ຕິດຕາມບັນດາໂຄງການຮ່ວມມືຈຸດສຸມລະຫວ່າງ 2 ປ ະເທດ ແລະ ເພີ່ມທະວີການພົວພັນລັດຖະສະພາ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຜ່ານນັ້ນ, ປະກອບສ່ວນຫັນບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ, 2 ລັດໃຫ້ປະກົດຜົນເປັນຈິງ.






