• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼຸດຜ່ອນຄວາມເສຍດ້ານຊັບສິນຍ້ອນພາຍຸ ຕາລິມ ກໍ່ໃນລະດັບຕ່ຳສຸດ

ພາຍຸ ຕາລິມ ຈະພັດເຂົ້າເຂດດິນຕໍ່ແຜ່ນ ຫວຽດນາມ, ນີ້ແມ່ນພາຍຸມີຄວາມແຮງທີ່ສຸດໃນຮອບເວລາ 5 ປີມານີ້
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: nongnghiep.vn)

ກອງປະຊຸມທາງໄກຮັບມືກັບພາຍຸ ຕາລິມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ກໍລະກົດ, ໂດຍພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລິວກວາງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ປະທານຄະນະກຳມະການແຫ່ງຊາດ ຮັບມືກັບໄພພິບັດ ແລະ ຊອກຫາກູ້ໄພກູ້ຊີບ, ຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ.

ຂ່າວທີ່ໄດ້ຍົກອອກມາທີ່ກອງປະຊຸມໃຫ້ຮູ້ວ່າ ໃນຕອນຄ່ຳວັນທີ 18 ກໍລະກົດ, ພາຍຸ ຕາລິມ ຈະພັດເຂົ້າເຂດດິນຕໍ່ແຜ່ນ ຫວຽດນາມ, ນີ້ແມ່ນພາຍຸມີຄວາມແຮງທີ່ສຸດໃນຮອບເວລາ 5 ປີມານີ້, ສະນັ້ນ, ບັນດາການເຄື່ອນໄຫວຮັບມືກັບພາຍຸຕ້ອງປະຕິບັດສຳເລັດໃນວັນທີ 17 ກໍລະກົດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງປະຕິບັດໂທລະເລກຂອງນາຍົກລັດຖະມົນຕີກ່ຽວກັບການຮັບມືກັບພາຍຸ ຕາລິມ ຢ່າງເຂັ້ມງວດ.

“ບໍ່ປະໝາດ, ຂາດຄວາມລະມັດລະວັງ, ຕ້ອງມີໄຫວພິບ ແລະ ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນໃນການຮັບມືກັບພາຍຸ ແລະ ມີວິທີການລະອຽດສຳລັບແຕ່ລະສະພາບການ. ແຈ້ງຂໍ້ມູນພະຍາກອນຢ່າງທັນການ ເພື່ອຮັບໃຊ້ວຽກງານຊີ້ນຳ ແລະ ແຈ້ງຂໍ້ມູນຂ່າວເຖິງປະຊາຊົນເພື່ອເປັນເຈົ້າການໃນການປ້ອງກັນ, ຫຼີກລ້ຽງ. ເປົ້າໝາຍແມ່ນ, ບໍ່ປະໃຫ້ເກີດຄວາມເສຍຫາຍທາງດ້ານຊີວິດ ແລະ ຫຼຸດຜ່ອນຄວາມເສຍຫາຍດ້ານຊັບສິນຂອງລັດ ແລະ ຂອງປະຊາຊົນໃຫ້ລົງລະດັບຕ່ຳສຸດ”.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top