• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍທ້ອງຖິ່ນຕ້ອນຮັບຫຼາຍຄະນະນັກທ່ອງທ່ຽວມາທ່ຽວໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ

ວັນທີ 10 ເມສາ ມື້ທ້າຍອາທິດຜ່ານມາ ໄດ້ຊ່ວຍໃຫ້ແຂວງ ກວາງນິງ ຕ້ອນຮັບນັກທ່ອງທ່ຽວກວ່າ 150.000 ເທື່ອຄົນ, ແມ່ນຈຳນວນສູງທີ່ສຸດນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ.
  (ພາບປະກອບ)   

ເນື່ອງໃນໂອກາດວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ (10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ກົງກັບວັນທີ 10 ເມສາ ມື້ທ້າຍອາທິດຜ່ານມາ ໄດ້ຊ່ວຍໃຫ້ແຂວງ ກວາງນິງ ຕ້ອນຮັບນັກທ່ອງທ່ຽວກວ່າ 150.000 ເທື່ອຄົນ, ແມ່ນຈຳນວນສູງທີ່ສຸດນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ. ພິເສດ, ໃນວັນພັກການທີ 2, ອ່າວ ຮະລອງ ໄດ້ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຊົມ 12.000 ເທື່ອຄົນ, ແມ່ນຈຳນວນສູງທີ່ສຸດນັບແຕ່ເດືອນ ພຶດສະພາ 2021 ມາຮອດປະຈຸບັນ. ສ່ວນຢູ່ 2 ເຂດທ່ອງທ່ຽວຕົ້ນຕໍຂອງ ຫາຍຟ່ອງ ແມ່ນ ກາດບ່າ ແລະ ໂດ່ເຊີນ ໄດ້ຕ້ອນຮັບນັກທ່ອງທ່ຽວນັບພັນເທື່ອຄົນ. ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 14.000 ເທື່ອຄົນ.

ໃນຂະນະນັ້ນ, ແຂວງ ເທື່ອທຽນເຫ້ວ ໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 20.000 ເທື່ອຄົນ. ທ່ານ ຫງວຽນວັນຟຸກ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ເທື່ອທຽນເຫ້ວ, ໃຫ້ຮູ້ວ່າ:

ເມື່ອມາຢ້ຽມຢາມ ເຫ້ວ, ນັກທ່ອງທ່ຽວຈະໄດ້ເຂົ້າຮ່ວມລາຍການທ່ອງທ່ຽວຂຽວ, ທ່ອງທ່ຽວແບບຍືນຍົງກັບສິ່ງແວດລ້ອມຄື: ນຸ່ງຊຸດເສື້ອຍາວປະຈຳຊາດ ນັ່ງຢູ່ລົດ 3 ລໍ້ ເພື່ອຊອກຮູ້ກ່ຽວກັບມໍລະດົກວັດທະນະທຳ ເຫ້ວ ຢ່າງຄົບຖ້ວນ. ແຂກທ່ອງທ່ຽວກໍ່ມີຄວາມສົນໃຈຕໍ່ສະຖານທີ່ທ່ອງທ່ຽວແຂວງ ເທື່ອທຽນເຫ້ວ”.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top