• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼັກ​ໝາຍ 75ປີ: ຫວ​ຽດ​ນາມ ໄດ້​ຮັບ​ຄວາມເຄົາ​ລົບ ແລະ ສະ​ໜັບ​ສະ​ໜູນໃນເວທີສາກົນ

ບັນດາອົງການທຸຕານຸທູດຂອງ ຫວຽດນາມ ປະຈຳ ອາເມລິກາໄດ້ມີຄວາມມານະພະຍາຍາມຫຼາຍໃນການຊຸກຍູ້ການພົວພັນກັບ 2 ຄູ່ຮ່ວມມືທີ່ສຳຄັນທີ່ສຸດແມ່ນ ສະຫະປະຊາຊາດ ແລະ ອາເມລິກາ, ໃນສະພາບການທີ່ ຫວຽດນາມ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ພ້ອມທັງປະຕິບັດວຽກງານປົກປ້ອງພົນລະເມືອງໄດ້ເປັນຢ່າງດີໃນສະພາບການໂລກລະບາດໂຄວິດ-19 ຍັງສືບຕໍ່ຄຸກຄາມ.

ທ່ານ  ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ,  ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ໃນວັນທີ 27 ສິງຫາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຈັດການໂອ້ລົມສົນທະນາຜ່ານທາງອອນລາຍກ່ຽວກັບວຽກງານການຕ່າງປະເທດຂອງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ  ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ,  ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ແລະ ມີການເຂົ້າຮ່ວມຂອງຜູ້ຕາງໜ້າວົງການນັກຮຽນຮູ້, ພະນັກງານຂອງບັນດາອົງການຕາງໜ້າ ຫວຽດນາມ ທີ່ພວມເຮັດວຽກຢູ່ບັນດາລັດຂອງ ອາເມລິກາ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຢັ້ງຢືນວ່າ ບັນດາອົງການທຸຕານຸທູດຂອງ ຫວຽດນາມ ປະຈຳ ອາເມລິກາໄດ້ມີຄວາມມານະພະຍາຍາມຫຼາຍໃນການຊຸກຍູ້ການພົວພັນກັບ 2 ຄູ່ຮ່ວມມືທີ່ສຳຄັນທີ່ສຸດແມ່ນ ສະຫະປະຊາຊາດ ແລະ ອາເມລິກາ, ໃນສະພາບການທີ່ ຫວຽດນາມ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ພ້ອມທັງປະຕິບັດວຽກງານປົກປ້ອງພົນລະເມືອງໄດ້ເປັນຢ່າງດີໃນສະພາບການໂລກລະບາດໂຄວິດ-19 ຍັງສືບຕໍ່ຄຸກຄາມ.

ທ່ານ ດັ້ງດິ່ງກຸ໊ຍ ແບ່ງປັນວ່າ ພາຍຫຼັງ 2 ປີ ທີ່ແບກຫາບພາລະໜ້າທີ່ເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ທ່ານໄດ້ມີກາລະໂອກາດເຮັດວຽກ ແລະ ພົບປະກັບການນຳ ແລະ ບັນດາຜູ້ຕາງໜ້າທາງການທູດຂອງ 193 ປະເທດ ໃນທົ່ວໂລກ, ທ່ານ ເຫັນວ່າ ຫວຽດນາມ ໄດ້ຮັບຄວາມເຄົາລົບອັນໃຫຍ່ຫຼວງທີ່ສຸດຈາກປະຊາຄົມສາກົນ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແມ່ນແນໃສ່ປະຕິບັດບັນດາເປົ້າໝາຍສະຫັດສະວັດໂດຍ ສະຫະປະຊາຊາດເປັນຜູ້ລິເລີ່ມຄືເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ, ເພື່ອສິດທິມະນຸດ. ຫວຽດນາມ ໄດ້ເປັນເຈົ້າການເຊື່ອມໂຍງ ແລະ ຍາມໃດກໍ່ມານະພະຍາຍາມເຄົາລົບກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top