• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວ​ໜ້າຜູ້​ຕາງ​ໜ້າ UNDP ຄົນ​ໃໝ່ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ

ວັນທີ 6 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ ເຮັດວຽກກັບທ່ານນາງ Ramla Al Khalidi ຫົວໜ້າຜູ້ຕາງໜ້າໂຄງການເພື່ອ ສປຊ ພັດທະນາ ປະຈຳ ຫວຽດນາມ (UNDP).

ວັນທີ 6 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ ເຮັດວຽກກັບທ່ານນາງ Ramla Al Khalidi ຫົວໜ້າຜູ້ຕາງໜ້າໂຄງການເພື່ອ ສປຊ ພັດທະນາ ປະຈຳ ຫວຽດນາມ (UNDP).

    

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ 

(ພາບ: TTXVN)

ທີ່ການເຮັດວຽກ, ທ່ານນາງ Ramla Al Khalidi ຢັ້ງຢືນວ່າຕົ້ນເອງມີຄວາມຮູ້ສຶກດີໃຈເມື່ອໄດ້ມາຮັບໜ້າທີ່ເປັນຫົວໜ້າຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ, ທ່ານນາງເນັ້ນໜັກວ່າ ໃນບົດບາດໃໝ່ຈະສືບຕໍ່ຊຸກຍູ້ການໜູນຊ່ວຍວິວັດການພັດທະນາຂອງ ຫວຽດນາມ, ໃນນັ້ນມີການຫຼຸດຜ່ອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຕໍ່ທັນແຕກ. ກ່ຽວກັບການຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານນາງ Ramla Al Khalidi ເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່ ສປຊ ຈະສືບຕໍ່ມີສານຢ່າງແຮງເພື່ອໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ສ່ວນທ່ານ ດັ້ງຮ່ວາງຢາງ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ທ່ານນາງ Ramla Al Khalidi ໄດ້ມາຮັບໜ້າເປັນຫົວໜ້າຜູ້ຕາງໜ້າອົງການ UNDP ຄົນໃໝ່ຢູ່ ຫວຽດນາມ, ທ່ານກໍ່ຫວັງວ່າ UNDP ຈະສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ເພີ່ມທະວີການແບ່ງປັນປະສົບການ, ໃຫ້ຄຳປຶກສາ, ໜູນຊ່ວຍການສ້າງນະໂຍບາຍເສດຖະກິດ, ສັງຄົມ, ສ້າງກຳລັງຄວາມສາມາດ, ໜູນຊ່ວຍການປະຕິບັດບັນດາເປົ້າໝາຍເຊິ່ງ ຫວຽດນາມໄດ້ຍົກອອກຢູ່ກອງປະຊຸມ COP – 26.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top