ທ່ານນາງຈະມານະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອເພີ່ມພູນຄູນສ້າງ, ສ້າງນ້ຳໃຈສາມັກຄີ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ພົ້ນເດັ່ນ, ເຂັ້ມຂຸ້ນກ່ວາອີກ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ມອບສານຕາຕັ້ງໃຫ້ທ່ານນາງ ກ່ຽວທິຮັ່ງຟຸກ
ວັນທີ 11 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ໂພໄຊ ໄຂຄຳພິທູນ ໄດ້ໃຫ້ການຕ້ອນຮັບທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ ຫຼວງພະບາງ, ຍື່ນໜັງສືມອບສິດທາງກົງສູນ ຕາມພິທີທາງການທູດ. ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ເຊື່ອໝັ້ນວ່າ ທ່ານນາງ ກ່ຽວທິຮັ່ງຟຸກ ຈະສືບຕໍ່ຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ຢ່າງແຮງກ່ວາອີກ. ທ່ານນາງຫົວໜ້າສະຖານກົງສູນໃຫຍ່ ກ່ຽວທິຮັ່ງຟຸກ ຢັ້ງຢືນວ່າ: ໃນອາຍຸການປະຕິບັດງານຂອງຕົນ, ທ່ານນາງຈະມານະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອເພີ່ມພູນຄູນສ້າງ, ສ້າງນ້ຳໃຈສາມັກຄີ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ພົ້ນເດັ່ນ, ເຂັ້ມຂຸ້ນກ່ວາອີກ. ພິເສດ, ຈະແມ່ນຂົວເຊື່ອມຕໍ່ໜູນຊ່ວຍ, ຊຸກຍູ້ບັນດາທ້ອງຖິ່ນຂອງ ຫວຽດນາມ ມີການພົວພັນແຮກສ່ຽວ, ການຮ່ວມມືກັບບັນດາແຂວງທາງພາກເໜືອລາວ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືບັນລຸໄດ້ໝາກຜົນທີ່ແທດຈິງ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ, ສ້າງເຂດຊາຍແດນມິດຕະພາບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ.
(ແຫຼ່ງຄັດຈາກ VOV)