• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ເຕື່ອນປະຊາຊົນຈົ່ງສັກວັກຊິນບໍ່ວ່າຊະນິດໃດກໍ່ຕາມ

      ທ່ານ ປ.ອ Kidong Park ເນັ້ນໜັກເຖິງສານຂອງ WHO ແມ່ນຈະແຈ້ງທີ່ສຸດ, ນັ້ນແມ່ນທຸກຄົນຈົ່ງສັກວັກຊິນບໍ່ວ່າຊະນິດໃດ. ວັກຊິນຊ່ວຍປົກປ້ອງເຈົ້າ ແລະ ພວກຄົນຢູ່ອ້ອມຂ້າງເຈົ້າ. 
ທ່ານປ.ອ Kidong Park ຫົວໜ້າຜູ້ຕາງໜ້າ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ
(ພາບ: WHO)
      ໃນວັນທີ 8 ສິງຫາ, ໃນສະພາບການໂລກລະບາດໂຄວິດ - 19 ພວມມີບັນດາການຜັນແປຢ່າງສັບສົນຄືປັດຈຸບັນ ຢູ່ໃນໂລກ ແລະ ຢູ່ ຫວຽດນາມ. ທ່ານປ.ອ Kidong Park ຫົວໜ້າຜູ້ຕາງໜ້າ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວຫວຽດນາມ ກ່ຽວກັບເຊື້ວໄວຣັດກາຍພັນ Delta ກໍ່ຄືປະສິດທິຜົນຂອງວັກຊິນຊະນິດຕ່າງໆກັບເຊື້ອໄວຣັດກາຍພັນນີ້.
      ທ່ານ ປ.ອ Kidong Park ເນັ້ນໜັກເຖິງສານຂອງ WHO ແມ່ນຈະແຈ້ງທີ່ສຸດ, ນັ້ນແມ່ນທຸກຄົນຈົ່ງສັກວັກຊິນບໍ່ວ່າຊະນິດໃດ. ວັກຊິນຊ່ວຍປົກປ້ອງເຈົ້າ ແລະ ພວກຄົນຢູ່ອ້ອມຂ້າງເຈົ້າ. ວັກຊິນກໍ່ຈະຫຼຸດຄວາມສ່ຽງ ເຊື້ວໄວຣັດກາຍພັນ Delta ແຜ່ລະບາດໃນຊຸມຊົນ ແລະ ກໍ່ໃຫ້ເກີດບັນດາເຊື້ວໄວຣັດກາຍພັນໃໝ່. ທ່ານ ປ.ອ Kidong Parkຍົກໃຫ້ເຫັນຢ່າງຈະແຈ້ງວ່າ ວັກຊິນທຸກຊະນິດໂດຍ WHO ຮັບຮອງເອົາໃນບັນຊີລາຍຊື່ວັກຊິນນຳໃຊ້ຢ່າງຮີບດ່ວນ ລ້ວນແຕ່ບັນລຸຄວາມຮຽກຮ້ອງຕ້ອງການກ່ຽວກັບປະສິດທິຜົນ, ຄວາມປອດໄພ ແລະ ຄຸນນະພາບໂດຍ WHO ສ້າງຕັ້ງຂຶ້ນ ຜ່ານການປຶກສາຫາລືຢ່າງແໜ້ນແຟ້ນ ກັບບັນດານັກຊ່ຽວຊານສາກົນ. ບັນດາວັກຊິນ ລ້ວນແຕ່ມີປະສິດທິຜົນສູງທີ່ສຸດໃນການສະກັດກັ້ນເລື່ອງຜູ້ຕິດເຊື້ອພະຍາດໂຄວິດ - 19 ເປັນອາການໜັກຕ້ອງເຂົ້າໂຮງໝໍ.
 (ແຫຼ່ງຄັດຈາກ VOV)
 


ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top