• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງ​ສຽງ ສ.ເກົາຫຼີ ກ່ຽວ​ກັບ​ແງ່​ຫວັງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ- ສ.ເກົາຫຼີ

ສຳນັກຂ່າສານ Yonhap, ໂທບະພາບ KBS, ແລະ ໜັງສືພິມໃຫ່ຍຕ່າງໆຄືເສດຖະກິດລາຍວັນ, Chosun Ilbo.... ລ້ວນແຕ່ໄດ້ເນັ້ນໜັກກ່ຽວກັບເລື່ອງ ຄະນະຜູ້ແທນເສດຖະກິດໃຫ່ຍຫຼວງ ທີ່ໄດ້ຮ່ວມເດີນທາງພ້ອມກັບປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄປຢ້ຽມຢາມ ຫວຽດນາມ ຄັ້ງນີ້.
(ພາບ: TTXVN)

ວັນທີ 22-23 ມິຖຸນາ, ສື່ມວນຊົນ ສ.ເກົາຫຼີ ໄດ້ພ້ອມກັນໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໃນການຢ້ຽຢາມ ທາງລັດຖະກິດ ຫວຽດນາມ ແຕ່ວັນທີ 22-24 ມິຖຸນາ.

ທ່ານ  Lee Do-woon ໂຄສົກຂອງຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໃຫ້ຮູ້ວ່າ ການຢ້ຽມຢາມຂອງປະທານາທິບໍດີ Yoon Suk Yeol ແມ່ນຈຸດເລີ່ມຕົ້ນໃຫ້ແກ່ 30 ປີໃໝ່ຂອງການພົວພັນສອງຝ່າຍ ຫວຽດນາມ-ສ.ເກົາຫຼີ. ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄດ້ເລືອກປະເທດ ຫວຽດນາມ ຊື່ງແມ່ນ 1 ໃນ 3 ຄູ່ຮ່ວມມືດ້ານການຄ້າໃຫ່ຍ ເພື່ອດຳເນີນການຢ້ຽມຢາມສອງຝ່າຍຄັ້ງທຳອິດ ໄປປະເທດສະມາຊິກອາຊຽນ; ພ້ອມທັງເອົານີ້ແມ່ນຂີດໝາຍ ເພື່ອປັບປຸງນະໂຍບາຍ ແລະ ຍົກສູງລະດັບການຮ່ວມມືດ້ານເສດຖະກິດ-ລະບົບສະໜອງ-ຄວາມໝັ້ນຄົງ-ວັດທະນະທຳລະຫວ່າງສອງຝ່າຍ.

ສຳນັກຂ່າສານ Yonhap, ໂທບະພາບ KBS, ແລະ ໜັງສືພິມໃຫ່ຍຕ່າງໆຄືເສດຖະກິດລາຍວັນ,  Chosun Ilbo.... ລ້ວນແຕ່ໄດ້ເນັ້ນໜັກກ່ຽວກັບເລື່ອງ ຄະນະຜູ້ແທນເສດຖະກິດໃຫ່ຍຫຼວງ ທີ່ໄດ້ຮ່ວມເດີນທາງພ້ອມກັບປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄປຢ້ຽມຢາມ ຫວຽດນາມ ຄັ້ງນີ້. ວົງການສື່ມວນຊົນ ໄດ້ສຸມໃສ່ເນັນໜັກເຖິງຄວາມສຳຄັນຂອງ ຫວຽດນາມ ຄືດັ່ງຮາກຖານການຜະລິດທີ່ສຳຄັນທີ່ສຸດຂອງ ສ.ເກົາຫຼີ ກໍ່ຄືຕະຫຼາດການຄ້າຂອງ ສ.ເກົາຫຼີ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top