• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງສາກົນກ່ຽວກັບເລື່ອງອາເມລິກາຢຸດຕິຊົ່ວຄາວການສະໜອງງົບປະມານໃຫ້ແກ່ WHO

      ໃນຂະນະທີ່ທົ່ວໂລກພວມມານະພະຍາຍາມປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ການພົວພັນລະຫວ່າງ ອາເມລິກາ ແລະ ອົງການອະນາໄມໂລກ (WHO) ເກີດຄວາມເຄັ່ງຕຶງ ເມື່ອວັນທີ 14 ເມສາ ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ຖະແຫຼງຢຸດຕິການປະກອບສ່ວນດ້ານການເງິນໃຫ້ແກ່ອົງການນີ້, ພ້ອມທັງໃຫ້ຮູ້ວ່າ ຈະຕີລາຄາບົດບາດຂອງ WHO ກ່ຽວກັບໂລກລະບາດ Covid -19.

ພະຍາບານເບິ່ງແຍງດູແລຜູ້ຕິດເຊື້ອພະຍາດ Covid - 19 (ພາບ: AFP/TTXVN) 
      ທ່ານ Tedros Adhanom Ghebreyesus ຜູ້ອຳນວຍໃຫຍ່ການ WHO ຖະແຫຼງວ່າ ມີເປັນໜ້າເສຍດາຍຕໍ່ການຕັດສິນໃຈຂອງ ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ຢັ້ງຢືນວ່າ ສິ່ງທີ່ WHO ເອົາໃຈໃສ່ທີ່ສຸດໃນຈຸດເວລານີ້ແມ່ນສະກັດກັ້ນ ເຊື້ອໄວຣັດ ເພື່ອກູ້ຊ່ວຍເອົາຊີວິດຂອງປະຊາຊົນນັບຫຼາຍລ້ານຄົນໃນທົ່ວໂລກ. ທ່ານກໍ່ປະຕິເສດບັນດາຂໍ້ກ່າວຫາຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ວ່າ WHO ມີການກະທຳຢ່າງຊັກຊ້າ ແລະ ບໍ່ອອກຄຳກ່າວເຕືອນໃນໄລຍະເບື້ອງຕົ້ນໂດຍໄວ ໄລຍະທີ່ໂລກລະບາດ Covid – 19 ຫາກໍ່ເກີດຂຶ້ນຢູ່ ອູຫັນ ປະເທດຈີນ.
             ໃນຂະນະນັ້ນ, ການນຳບັນດາອົງການຈັດຕັ້ງສາກົນ ແລະ ການນຳບັນດາປະເທດເອີລົບບໍ່ເຫັນດີເຫັນພ້ອມກັບການຕັດສິນໃຈຂອງ ທ່ານ D.Trump ໃນຊ່ວງເວລານີ້. ອັງກິດກໍ່ຖະແຫຼງວ່າ ຈະບໍ່ປະຕິບັດຕາມອາເມລິກາ ແລະ ຈະປະກອບສ່ວນເງິນ 200 ລ້ານປອນໃຫ້ແກ່ WHO. ຄະນະກຳມະການເອີລົບກໍ່ໄດ້ຈັດກອງປະຊຸມປຶກສາຫາລືກັບບັນດາປະເທດສະມາຊິກ ແລະ ເຫັນດີເປັນເອກະພາບຈະເບີກຈ່າຍຈຳນວນຫຼາຍກວ່າ 20 ຕື້ ເອີໂຣ ໃຫ້ແກ່ບັ້ນປ້ອງກັນ, ສະກັດກັ້ນໂລກລະບາດນີ້.
            ໃນສະພາບການຄືປັດຈຸບັນ, ຖ້າຫາກວ່າ ອາເມລິກາ ຢຸດຕິການສະໜອງງົບປະມານການໃຊ້ຈ່າຍທັງໝົດໃຫ້ແກ່ WHO ຢ່າງເປັນທາງການ, ຈະກໍ່ຜົນສະທ້ອນຢ່າງໜັກໜ່ວງ ເຖິງບັນດາການເຄື່ອນໄຫວຂອງ ອົງການນີ້ໃນໄລຍະຈະມາເຖິງ. ນີ້ບໍ່ ພຽງແຕ່ແມ່ນການ ນຳພາຄວາມມານະພະຍາຍາມທົ່ວໂລກເພື່ອຮັບມືກັບໂລກລະບາດ Covid – 19 ໃນປັດຈຸບັນເທົ່ານັ້ນ ຫາກຍັງແມ່ນການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນບັນດາພະຍາດຕິດແປດທີ່ອັນຕະລາຍອື່ນໆອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ໄຂ​ງານ​ບຸນ ດອກ​ບານ ດ້ຽ​ນ​ບຽນ ປີ 2025

ໄຂ​ງານ​ບຸນ ດອກ​ບານ ດ້ຽ​ນ​ບຽນ ປີ 2025

ພິທີໄຂໄດ້ເລີ່ມຂຶ້ນດ້ວຍລາຍການສະແດງສິລະປະ ທີ່ແກ່ຍາວເປັນເວລາ 90 ນາທີ, ປະສົມປະສານຢ່າງກົມກ່ຽວລະຫວ່າງລັກສະນະປະເພນີກັບທັນສະໄໝ, ສະແດງໃຫ້ເຫັນຈຸດວັດທະນະທຳ ແລະ ຈິດໃຈບໍ່ຍອມຈຳນົນຂອງຊາວ ດ້ຽນບຽນ.

Top