• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງຕັ້ງຄວາມຫວັງຕໍ່ໝາກຜົນຕັ້ງໜ້າຂອງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

ຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ຕັ້ງຄວາມຫວັງວ່າ ການພົບປະຄັ້ງນີ້ ຈະບັນລຸໝາກຜົນຕັ້ງໜ້າ.

ທີ່ສູນສື່ມວນຊົນສາກົນ 

ຄາດວ່າບັນດາການເຄື່ອນໄຫວສໍາຄັນທີ່ສຸດທີ່ເປັນຈຸດສຸມໃນການ ເຈລະຈາກ່ຽວກັບສັນຕິພາບໃນແຫຼມເກົາຫຼີ ລ້ວນແຕ່ຖືກດໍາເນີນໃນວັນທີ 28 ກຸມພາ. ກ່ອນເວລາດໍາເນີນກອງປະຊຸມ, ຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ຕັ້ງຄວາມຫວັງວ່າ ການພົບປະຄັ້ງນີ້ ຈະບັນລຸໝາກຜົນຕັ້ງໜ້າ. ເມື່ອຕອບສໍາພາດຕໍ່ສື່ມວນຊົນ ໃນວັນທີ 27 ກຸມພາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

        “ປະຊາຄົມສາກົນ ກໍຄື ຂ້າພະເຈ້ົາ ເອງ, ລ້ວນແຕ່ປາດຖະໜາວ່າ ກອງປະຊຸມດັ່ງກ່າວ ຈະປະສົບຜົນສໍາເລັດ, ມຸ່ງໄປສູ່ເປົ້າໝາຍສ້າງສະຖຽນລະພາບ, ສັນຕິພາບ, ວັດທະນາຖາວອນ ໃນແຫຼມເກົາຫຼີ ແລະ ສ້າງແຫຼມເກົາຫຼີ ປອດນິວເຄຼຍ”.

        ທ່ານ ຫວາງຈີນເຊີງ ຫົວໜ້າຫ້ອງການຄົ້ນຄວ້າຍຸດທະສາດບ້ານໃກ້ເຮືອນຄຽງ ແລະ ທົ່ວໂລກ ຂຶ້ນກັບສະຖາບັນວິທະຍາສາດສັງຄົມ ຈີນ, ແບ່ງປັນວ່າ:

        “ຂ້າພະເຈົ້າເຊື່ອໝັ້ນຕໍ່ກອງປະຊຸມຄັ້ງນີ້. ອາເມລິກາ ຫຼື ສປປ.ເກົາຫຼີ ຕ່າງກໍມີຄວາມປາດຖະໜາຢາກບັນລຸໄດ້ບາດກ້າວບຸກທະລຸໃນກອງປະຊຸມສຸດຍອດຄັ້ງທີ 2. ຈາກແງ່ມູມຂອງ ສປປ.ເກົາຫຼີ, ນອກຈາກບັນດາປັດໄຈພາຍໃນປະເທດໃນປັດຈຸບັນແລ້ວ, ສປປ.ເກົາຫຼີ ຍັງຕ້ອງການມີສະພາບແວດລ້ອມສາກົນສັນຕິພາບອີກດ້ວຍ. ເພື່ອມີສະພາບແວດລ້ອມສາກົນສັນຕິພາບນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ, ສປປ.ເກົາຫຼີ ຄວນຕ້ອງປັບປຸງການພົວພັນກັບ ອາເມລິກາ. ຈາກແງ່ມູມຂອງ ອາເມລິກາ, ແນ່ນອນວ່າ ທ່ານປະທານາທິບໍດີ Donald Trump ກໍຄວນແກ້ໄຂບັນຫານິວເຄຼຍໃນແຫຼມເກົາຫຼີ ໂດຍໄວ”.


(ແຫຼ່ງຄັດຈາກ VOV)

 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງ ບັນດາຜົນສຳເລັດເຊິ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ.

Top