• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນ​ສິ່ງ​ທ້າ​ທາຍ​ເປັນ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

ຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ໄດ້ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ “3 ປີ ຜັນຂະຫຍາຍມະຕິ “ຖືກທິດ”: ຫັນສິ່ງທ້າທາຍເປັນກາລະໂອກາດພັດທະນາ”.

ການໂອ້ລົມສົນທະນາ ດ້ວຍຫົວຂໍ້ “3 ປີ ຜັນຂະຫຍາຍມະຕິ “ຖືກທິດ”: ຫັນສິ່ງທ້າທາຍເປັນກາລະໂອກາດພັດທະນາ” (ພາບ:baochinhphu.vn)

ມະຕິເລກທີ 120 ຂອງ ລັດຖະບານ ກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ ແລະ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ປະກາດໃຊ້ເມື່ອປີ 2017 ນັ້ນ ໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸ, ເປີດແງ່ຫວັງໃໝ່ໃຫ້ແກ່ບາດກ້າວກະໂດດຂັ້ນໃນອະນາຄົດ ຂອງອູ່ເຂົ້າໃຫຍ່ທີ່ສຸດຢູ່ຫວຽດນາມ. ພາຍຫຼັງປະຕິບັດມາເປັນເວລາ 3 ປີ, ບັນດາໂຄງການໄດ້ສ້າງທ່ວງທ່າພັດທະນາຢ່າງແຮງໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ໃນສະພາບການປ່ຽນແປງຂອງດິນຟ້າອາກາດນັບມື້ນັບມີການຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນລ່ວງໜ້າ ໄດ້ສົ່ງຜົນສະທ້ອນເຖິງການພັດທະນາຂອງເຂດ, ທ່ານ ເຈິ່ນກົງທັ໊ງ, ຫົວໜ້າສະຖາບັນນະໂຍບາຍ ແລະ ຍຸດທະສາດພັດທະນາຊົນນະບົດ ຖືວ່າ, ຄວນມີການຄົ້ນຄວ້າ, ຕີລາຄາຢ່າງຮອບດ້ານ ແລະ ມີວິທະຍາສາດ ເພື່ອມີການກຳນົດທິດຍຸດທະສາດແບບກວມລວມ, ຍາວນານ, ມີມາດຕະການຄົບຊຸດ, ຮີບດ່ວນ ແລະ ມີບັນດາກົນໄກ, ນະໂຍບາຍໃໝ່ ທີ່ມີລັກສະນະບຸກທະລຸ, ຍາດແຍ່ງກາລະໂອກາດເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top