• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນມາດຕະການແກ້ໄຂໃນການພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນເປັນຫຼາຍຮູບຫຼາຍແບບ

      ໃນອາຍຸການນີ້, ສະມາຄົມຈະປະຕິບັດການຫັນມາດຕະການແກ້ໄຂໃນການພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນໃຫ້ເປັນຫຼາຍຮູບຫຼາຍແບບ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ.

ກອງປະຊຸມໃຫຍ່ຄັ້ງທີ 5, ອາຍຸການ 2021 – 2025
(ພາບ: plo.vn)
      ວັນທີ 05 ມັງກອນ, ສະຫະສະມາຄົມທ່ອງທ່ຽວນະຄອນໂຮ່ຈີມິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 5, ອາຍຸການ 2021 – 2025. ໃນອາຍຸການນີ້, ສະມາຄົມຈະປະຕິບັດການຫັນມາດຕະການແກ້ໄຂໃນການພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນໃຫ້ເປັນຫຼາຍຮູບຫຼາຍແບບ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ລະອຽດແມ່ນ, ສືບຕໍ່ປະຕິບັດການກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ; ເພີ່ມທະວີການສົມທົບກັບບັນດາພະແນກ, ຂະແໜງການ ຜັນຂະຫຍາຍມາດຕະການໜູນຊ່ວຍວິສາຫະກິດ… ໃນສະພາບໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນນັ້ນ, ສະຫະສະມາຄົມຈະສືບຕໍ່ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ; ເປັນເຈົ້າການຕິດແທດກັບສະພາບຕົວຈິງ… ເພື່ອນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ສະມາຊິກ, ສ້າງເງື່ອນໄຂໃຫ້ສະມາຊິກ ແລະ ວິສາຫະກິດພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top