• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວ​ຽດ​ນາມ ເຂົ້າ​ຮ່ວມ​ການ​ໂອ້​ລົ​ມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ການ​ເງິນ - ທະ​ນາ​ຄານ

ທ່ານຮອງຜູ້ວ່າການ ຟ້າມກວ໋າງຢຸງ ໄດ້ຮັບຮູ້ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ລິເລີ່ມຢູ່ພາກພື້ນ ກ່ຽວກັບເຄືອຂ່າຍແບ່ງປັນຂໍ້ມູນ ແລະ ເພີ່ມທະວີຄວາມໝັ້ນຄົງ ທາງເຄືອຂ່າຍອິນເຕີເນັດ (CRISP) ເພື່ອໃຫ້ບັນດາປະເທດສະມາຊິກແບ່ງປັນຂໍ້ມູນ.
ການໂອ້ລົມສົນທະນານະໂຍບາຍລະຫວ່າງບັນດາຜູ້ວ່າການທະນາຄານສູນກາງ ຂອງ ອາຊຽນ ກັບຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ບັນດາອົງການການເງິນ (ພາບ: TTXVN)

ວັນທີ 4 ເມສາ ຢູ່ຫຼວງພະບາງ (), ດຳເນີນການໂອ້ລົມສົນທະນານະໂຍບາຍລະຫວ່າງບັນດາຜູ້ວ່າການທະນາຄານສູນກາງ ຂອງ ອາຊຽນ ກັບຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ບັນດາອົງການການເງິນ. ນີ້ແມ່ນເຫດການນອນໃນບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມລັດຖະມົນຕີ ການເງິນ ອາຊຽນ (AFMM) ຄັ້ງທີ 28 ແລະ ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ຄັ້ງທີ 11 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 3 – 5 ເມສາ ປີ 2024 ຢູ່ ລາວ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ຟ້າມກວາງຢຸງ ນຳໜ້າ ເຂົ້າຮ່ວມການໂອ້ລົມສົນທະນາ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງຜູ້ວ່າການ ຟ້າມກວ໋າງຢຸງ ໄດ້ຮັບຮູ້ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ລິເລີ່ມຢູ່ພາກພື້ນ ກ່ຽວກັບເຄືອຂ່າຍແບ່ງປັນຂໍ້ມູນ ແລະ ເພີ່ມທະວີຄວາມໝັ້ນຄົງ ທາງເຄືອຂ່າຍອິນເຕີເນັດ (CRISP) ເພື່ອໃຫ້ບັນດາປະເທດສະມາຊິກແບ່ງປັນຂໍ້ມູນ, ເພື່ອແນໃສ່ຕ້ານຄືນບັນດາຄວາມສ່ຽງຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ. ເພື່ອເພີ່ມທະວີບັນດາຂໍ້ລິເລີ່ມນີ້ໃຫ້ຫຼາຍກ່ວາອີກ ກໍ່ຄືບັນດາຂໍ້ລິເລີ່ມ ເຊື່ອມຕໍ່ດີຈີຕອນໃນອະນາຄົດ. ທ່ານ ຮອງຜູ້ວ່າການ ຟ້າມກ໋ວາງຢຸງ ສະເໜີໃຫ້ພາກເອກະຊົນເຂົ້າຮ່ວມຢ່າງແໜ້ນແຟ້ນ ໃນການສະເໜີ ບັນດາວິທີການທີ່ມີລັກສະນະເຕັກນິກ ແລະ ແຫຼ່ງກຳລັງຢ່າງລະອຽດ, ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງ ແລະ ຊຸກຍູ້ຄວາມສາມາດໃນການເຊື່ອມຕໍ່ໃນພາກພື້ນ ໃຫ້ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

Top