ຕອນບ່າຍວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ປະສານສົມທົບກັບຄະນະຜູ້ຕາງໜ້າສະຫະພາບ ເອີລົບ (EU) ປະຈຳ ຫວຽດນາມ, ສະພາດຳເນີນທຸລະກິດ EU-ASEAN (EU-ABC) ແລະ ສະມາຄົມວິສາຫະກິດ ເອີລົບ (EuroCham) ຈັດເວທີປາໄສການຮ່ວມມືເສດຖະກິດ - ການຄ້າ ຫວຽດນາມ - EU ປິ 2026 ດ້ວຍຫົວຂໍ້ “ກຳນົດທິດອະນາຄົດ ເສດຖະກິດສີຂຽວ ແລະ ລະບົບມູນຄ່າໃໝ່”. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເລືອງຮວ່າງທ້າຍ ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ບໍ່ພຽງແຕ່ມີຄວາມຫວັງວ່າ EU ຈະສືບຕໍ່ແມ່ນຕະຫຼາດຫຼັກໃຫ້ສິນຄ້າ ຫວຽດນາມ ເທົ່ານັ້ນ ຫາກຍັງກາຍເປັນຄູ່ຮ່ວມມືຍຸດທະສາດ ບຸລິມະສິດແຖວໜ້າໃນການຍົກລະດັບການຄ້າ, ການຮ່ວມມືເຊື່ອມຕໍ່, ສ້າງຄວາມສາມາດເປັນເຈົ້າຕົນເອງຢ່າງຮອບດ້ານ, ຍົກສູງມາດຖານການພັດທະນາແບບຍືນຍົງ ແລະ ທີ່ຕັ້ງບົດບາດໃນລະບົບສະໜອງທົ່ວໂລກ.
ທ່ານ Julien Guerrier ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈຳ ຫວຽດນາມ ເນັ້ນໜັກວ່າ ສອງຝ່າຍຍັງມີທ່າແຮງບົ່ມຊ້ອນຫຼາຍຢ່າງ, ສຸມໃສ່ການຫັນເປັນສີຂຽວ, ເສດຖະກິດໝູນວຽນ, ພະລັງງານທົດແທນ, ການຜະລິດແບບຍືນຍົງ, ການບິນອາວະກາດ, ທ່າກຳປັ່ນ, ການຂົນສົ່ງ, logistics, ທາດເຄິ່ງຊັກນຳໄຟຟ້າ, ການຫັນເປັນດີຈີຕອນ, ບໍແຮ່ຍຸດທະສາດ, ການແພດ, ເຕັກໂນໂລຢີຊີວະສາດ ແລະ ກະສິກຳນຳໃຊ້ເຕັກໂນໂລຢີສູງ.






