• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ແມ່ນ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ IHE 2024

ວັນທີ 3 ສິງຫາ, ງານວາງສະແດງສາກົນກ່ຽວກັບອາຫານການກິນ ແລະ ເຄື່ອງໃຊ້ໃນຮ້ານອາຫານ, ໂຮງແຮມ ອິນເດຍ (IHE) 2024ໄດ້ໄຂຂຶ້ນຢູ່ສູນຕະຫຼາດນັດ ແລະ ງານວາງສະແດງອິນເດຍ ຢູ່ Noida, ລັດ Uttar Pradesh.
ທ່ານ Shekhawat ລັດຖະມົນຕີວັດທະນະທຳ ແລະ ການທ່ອງທ່ຽວອິນເດ ມອບຫຼຽນກາເປັນທີ່ລະນຶກໃຫ້ແກ່ທ່ານ ບຸ່ຍຈຸງເທືອງ ທູດກການຄ້າ ຫວຽດນາມ (ພາບ: TTXVN)

ທີ່ພິທີໄຂ, ຫວຽດນາມໄດ້ເລືອກເອົາແມ່ນປະເທດຄູ່ຮ່ວມມືຂອງ IHE 2024 ດ້ວຍບັນດາການເຄື່ອນໄຫວຄືຈັດຕັ້ງຮ້ານວາງສະແດງໂຄສະນາຜະລິດຕະພັນ, ຈັດຕັ້ງວັນບຸນອາຫານການກິນ ແລະ ບັນດາການສະແດງອາຫານການກິນໂດຍພໍ່ຄົວ, ແມ່ຄົວທີ່ມີຊື່ສຽງປະຕິບັດ.

ພາຍຫຼັງພິທີໄຂ, ຫ້ອງການການຄ້າ ຫວຽດນາມ ຢູ່ອິນເດຍ ໄດ້ໄຂຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ຕໍ່ໜ້າການເຫັນປະຈັກຕາຂອງທ່ານ Shekhawat ລັດຖະມົນຕີວັດທະນະທຳ ແລະ ການທ່ອງທ່ຽວອິນເດຍ, ການນຳບັນດາກະຊວງ, ຄະນະ, ຂະແໜງການ, ວິສາຫະກິດພ້ອມກັບສື່ມວນຊົນ ອິນເດຍ, ຫວຽດນາມແລະ ສາກົນ. ນີ້ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ໂຄສະນາວັດທະນະທຳ, ອາຫານການກິນ, ການບໍລິການການທ່ອງທ່ຽວ ແລະ ການບິນຄຸນນະພາບສູງ, ພ້ອມກັນນັ້ນ ກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການເຊື່ອມຕໍ່ພົວພັນດ້ານການຄ້າ ແລະ ຍົກສູງການມີໜ້າຢູ່ບັນດາຕະຫຼາດອາຫານພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top