• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ຈັດ​ພິ​ທີມອບ​​ຮັບໂຮງ​ຮຽນ​ມັດທະ​ຍົມ​ຕອນ​ປາຍ - ສອນ​ວິ​ຊາ​ຊີບ​ແບບ​ຢ່າງ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ຕອນເຊົ້າວັນທີ 11 ມັງກອນ, ຢູ່ເມືອງໜອງບົກ, ແຂວງຄຳມ່ວນ (ພາກກາງລາວ), ກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລາວ ພ້ອມກັບອຳນາດການປົກຄອງແຂວງ ຄຳມ່ວນຈັດຕັ້ງພິທີມອບຮັບໂຮງຮຽນມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ - ຫວຽດນາມ.
  ພິທີມອບຮັບໂຮງຮຽນມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ - ຫວຽດນາມ (ພາບ: TTXVN)  

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນຮຶວໂດະ ເນັ້ນໜັກວ່າ ໂຮງຮຽນມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ - ຫວຽດນາມ ແມ່ນຂອງຂວັນຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ, ອີກຄັ້ງໜຶ່ງໄດ້ ຢັ້ງຢືນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ຫວຽດນາມ ທີ່ມີຕໍ່ຂະແໜງການສຶກສາເວົ້າສະເພາະ ແລະ ການຮ່ວມມືມິດຕະພາບແບບພິເສດລະຫວ່າງສອງປະເທດເວົ້າລວມ.

ໂດຍຕາງໜ້າໃຫ້ລັດຖະບານລາວ ຮັບໂຄງການ, ທ່ານນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາລາວ ຢັ້ງຢືນວ່າໂຄງການຈະປະກອບສ່ວນພັດທະນາຂະແໜງການສຶກສາ ແລະ ສ້າງວຽກເຮັດງານທຳໂດຍກົງໃຫ້ແກ່ປະຊາຊົນແຂວງຄຳມ່ວນ ແລະ ບັນດາແຂວງໃກ້ຄຽງ ທີ່ມີໂອກາດໄດ້ຮັບການບຳລຸງສ້າງອາຊີບ ແລະ ທັກສະປະສົບການ ຕົວຈິງ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top