• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ບໍ​ລິ​ຫານ​ງານ UNESCO

ເລື່ອງກາຍເປັນສະມາຊິກສະພາບໍລິຫານງານແມ່ນກາລະໂອກາດທີ່ດີເພື່ອໃຫ້ ຫວຽດນາມ ສະແດງໃຫ້ເຫັນ “ບົດບາດຄວບຄູ່” ໃນການປົກປັກຮັກສາຜົນປະໂຫຍດແຫ່ງຊາດ,ໝູນໃຊ້ບັນດາຂໍ້ລິເລີ່ມແນວຄວາມຄິດຂອງ UNESCO ເພື່ອຮັບໃຊ້ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດແບບຍືນຍົງ, ຄົບຊຸດ ແລະ ຮອບດ້ານ.
ປະທານ ສະມັດຊາໃຫຍ່ UNESCO ປະກາດໝາກຜົນຂອງການເລືອກຕັ້ງ 

ວັນທີ 17 ພະຈິກ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ UNESCO ຄັ້ງທີ 14 ຢູ່ປາຣີ (ຝລັ່ງ), ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາບໍລິຫານງານອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ອາຍຸການ 2021 – 2025, ດ້ວຍຈຳນວນບັດເລືອກຕັ້ງສູງທີ່ສຸດ, 163/178 ບັດ, ອັດຕາ ບັດສະໜັບສະໜູນ ແມ່ນ 92%. ນີ້ແມ່ນຄັ້ງທີ 5 ທີ່ຫວຽດນາມ ໄດ້ຮັບການເລືອກຕັ້ງແມ່ນສະມາຊິກ ສະພາບໍລິຫານງານ ຂອງ UNESCO.

ຕາມທ່ານ ມາຍຟານຢຸງ ເລຂາທິການໃຫຍ່ ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ຫົວໜ້າກົມການທູດດ້ານວັດທະນະທຳ ແລະ UNESCO, ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ, ທັງແມ່ນ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມ ສະມັດຊາໃຫຍ່ UNESCO ຄັ້ງທີ 41 ໃຫ້ຮູ້ວ່າ ເລື່ອງ ຫວຽດນາມ ໄດ້ກາຍເປັນສະມາຊິກ ສະພາບໍລິຫານງານ ສະແດງໃຫ້ເຫັນ ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງ ທີ່ນັບມື້ນັບສູງຂຶ້ນ ຂອງ ປະເທດຊາດ ບົນເວທີສາກົນ, ແມ່ນການຮັບຮູ້ຂອງ ປະຊາຄົມສາກົນ ຕໍ່ການປະກອບສ່ວນຂອງ ຫວຽດນາມ ໃນການພົວພັນກັບ UNESCO. ນີ້ແມ່ນໝາກຜົນຂອງແນວທາງການ ຫັນການພົວພັນຕ່າງປະເທດ ເປັນຫຼາຍຝ່າຍ, ຫຼາຍຮູບແບບ ແລະ ເຊື່ອມໂຍງເຂົ້າກັບ ສາກົນ ຢ່າງຮອບດ້ານ ແລະ ເລິກເຊິ່ງຂອງ ຫວຽດນາມ, ພ້ອມທັງແມ່ນ ໝາກຜົນຂອງ ວິວັດການຜັນຂະຫຍາຍ ແຜນການລົງສະໝັກເລືອກຕັ້ງ ຢ່າງມີແບບມີແຜນ ແລະ ຄົບຊຸດ ໃນຊຸມປີທີ່ຜ່ານມາ.

ເລື່ອງກາຍເປັນສະມາຊິກສະພາບໍລິຫານງານແມ່ນກາລະໂອກາດທີ່ດີເພື່ອໃຫ້ ຫວຽດນາມ ສະແດງໃຫ້ເຫັນ “ບົດບາດຄວບຄູ່” ໃນການປົກປັກຮັກສາຜົນປະໂຫຍດແຫ່ງຊາດ, ໝູນໃຊ້ບັນດາຂໍ້ລິເລີ່ມແນວຄວາມຄິດຂອງ UNESCO ເພື່ອຮັບໃຊ້ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດແບບຍືນຍົງ, ຄົບຊຸດ ແລະ ຮອບດ້ານ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top