• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນສິດ​​ສຳ​ຜັດ​ຄວາມ​ຍຸ​ຕິ​ທຳ​ຢ່າງສະ​ເໝີ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ

ຜູ້ຕາງໜ້າ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນການປັບປຸງກອບນິຕິກຳ, ຮັບປະກັນໃຫ້ທຸກຄົນມີຄວາມສະເໝີພາບຕໍ່ກົດໝາຍ ແລະ ສອດຄ່ອງກັບມາດຖານສາກົນວ່າດ້ວຍສິດທິມະນຸດ.
ທ່ານນາງ ເລທິມິງທາວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ວັນທີ 15 ມິຖຸນາ, ຢູ່ສຳນັກງານ ສປຊ ປະຈຳນະຄອນ ນິວຢອກ (ອາເມລິກາ), ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລືລະດັບສູງ ກ່ຽວກັບຫົວຂໍ້ “ສິດສຳຜັດຄວາມຍຸຕິທຳຢ່າງສະເໝີພາບ ໃຫ້ແກ່ປະຊາຊົນໝົດທຸກຄົນ”: ຊຸກຍູ້ການປະຕິຮູບເພື່ອສັງຄົມແຫ່ງສັນຕິພາບ, ມີສະເໝີພາບ ແລະ ກວມລວມ” ພາຍໃຕ້ການເປັນປະທານຂອງທ່ານ ດັ່ງຮ່ວາງຢາງ ຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທາວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການສຳຜັດກັບຄວາມຍຸຕິທຳຢ່າງສະເໝີພາບ ໄດ້ສວມບົດບາດສຳຄັນໃນການຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບ, ບັນລຸປະສິດທິຜົນ ແລະ ຮອບດ້ານ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍກວມລວມຂອງໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ. ຜູ້ຕາງໜ້າ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນການປັບປຸງກອບນິຕິກຳ, ຮັບປະກັນໃຫ້ທຸກຄົນມີຄວາມສະເໝີພາບຕໍ່ກົດໝາຍ ແລະ ສອດຄ່ອງກັບມາດຖານສາກົນວ່າດ້ວຍສິດທິມະນຸດ.

(ແຫຼ່ງຄັດຈາກ VOV)

ທ່ານ ເຈິ່ນ ແທງເໝີ້ນ: ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ

ທ່ານ ເຈິ່ນ ແທງເໝີ້ນ: “ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ”

ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ" ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງຂອງບັນດາອົງການນິຕິບັນຍັດໃນການປະຕິບັດການຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ

Top