• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອີ​ຢີບ​ ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຊາດ

ກະຊວງປ້ອງກັນປະເທດສອງປະເທດ ໄດ້ເຊັນໜັງສືສະແດງເຈດຈຳນົງ ກ່ຽວກັບການຊຸ້ຍູ້ການຮ່ວມມືດ້ານປ້ອງກັນຊາດ.
(ພາບ: ກະຊວງປ້ອງກັນປະເທດ ຫວຽດນາມ)

 ໃນຂອບເຂດການຢ້ຽມຢາມປະເທດ ສາທາລະນະລັດ ອາຣັບ ອີຢີບ ທາງລັດຖະກິດ ຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ວັນທີ 4 ສິງຫາ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະກັບທ່ານພົນເອກ Abdel Mageed Saqr,  ລັດຖະມົນຕີກະຊວງປ້ອງກັນປະເທດ ອີຢີບ. ນະທີ່ນີ້, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້, ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍ, ບຸລິມະສິດບັນດາເນື້ອໃນ: ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີການຮ່ວມມືດ້ານການບຳລຸງກໍ່ສ້າງ; ບຸລິມະສິດແກ່ການຍູ້ແຮງການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ; ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ການຄ້າການທະຫານ… ເນື່ອງໃນໂອກາດນີ້, ກະຊວງປ້ອງກັນປະເທດສອງປະເທດ ໄດ້ເຊັນໜັງສືສະແດງເຈດຈຳນົງ ກ່ຽວກັບການຊຸ້ຍູ້ການຮ່ວມມືດ້ານປ້ອງກັນຊາດ.

(ແຫຼ່ງຄັດຈາກ VOV)

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ອົງ​ການ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ (UNDP) ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ບັນ​ດາ​ບຸ​ລິ​ມະ​ສິດພັດ​ທະ​ນາ​ຂອງ ຫວຽດ​ນາມ ມີຫຼາຍ​ຈຸດ​ຄ້າ​ຍ​ຄື​ກັນ​ກັບ​ບັນ​ດາ​ເປົ້າ​ໝາຍ​ການ​ຮ່ວມ​ມື​ຂອງ ສ​ປ​ຊ ແລະ UNDP ປະ​ຈຳ ຫວຽດ​ນາມ.

Top