ກະຊວງປ້ອງກັນປະເທດສອງປະເທດ ໄດ້ເຊັນໜັງສືສະແດງເຈດຈຳນົງ ກ່ຽວກັບການຊຸ້ຍູ້ການຮ່ວມມືດ້ານປ້ອງກັນຊາດ.
(ພາບ: ກະຊວງປ້ອງກັນປະເທດ ຫວຽດນາມ)
ໃນຂອບເຂດການຢ້ຽມຢາມປະເທດ ສາທາລະນະລັດ ອາຣັບ ອີຢີບ ທາງລັດຖະກິດ ຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ວັນທີ 4 ສິງຫາ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະກັບທ່ານພົນເອກ Abdel Mageed Saqr, ລັດຖະມົນຕີກະຊວງປ້ອງກັນປະເທດ ອີຢີບ. ນະທີ່ນີ້, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້, ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍ, ບຸລິມະສິດບັນດາເນື້ອໃນ: ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີການຮ່ວມມືດ້ານການບຳລຸງກໍ່ສ້າງ; ບຸລິມະສິດແກ່ການຍູ້ແຮງການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ; ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ການຄ້າການທະຫານ… ເນື່ອງໃນໂອກາດນີ້, ກະຊວງປ້ອງກັນປະເທດສອງປະເທດ ໄດ້ເຊັນໜັງສືສະແດງເຈດຈຳນົງ ກ່ຽວກັບການຊຸ້ຍູ້ການຮ່ວມມືດ້ານປ້ອງກັນຊາດ.