• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ລາວ ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ

ກອງປະຊຸມໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດ ເພື່ອແນໃສ່ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ໃຫ້ກາຍເປັນເສົາຄ້ຳໜຶ່ງໃນການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນ ແລະ ວິສາຫະກິດສອງປະເທດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ   

ຕອນເຊົ້າວັນທີ 12 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ລາວ 2023. ກອງປະຊຸມໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດ ເພື່ອແນໃສ່ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ໃຫ້ກາຍເປັນເສົາຄ້ຳໜຶ່ງໃນການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນ ແລະ ວິສາຫະກິດສອງປະເທດ.

ກ່ຽວກັບການລົງທຶນຂອງ ຫວຽດນາມ ຢູ່ລາວ, ມາຮອດປັດຈຸບັນ, ຫວຽດນາມ ມີຍອດເງິນລົງທຶນຈົດທະບຽນຂອງ ຢູ່ ລາວ ບັນລຸເກືອບ 5,34 ຕື້ USD. ຫວຽດນາມ ຍາມໃດກໍ່ນອນໃນບັນດາປະເທດມີການລົງທຶນຢູ່ລາວ ຫຼາຍທີ່ສຸດ. ມີຫຼາຍໂຄງການຢູ່ລາວ ຂອງວິສາຫະກິດ ຫວຽດນາມ ພວມມີການເຄື່ອນໄຫວດຳເນີນທຸລະກິດເປັນຢ່າງດີ, ປະກອບສ່ວນຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ - ສັງຄົມ ລາວ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ນັກລົງທຶນ, ວິສາຫະກິດ ຫວຽດນາມ ແລະ ລາວ ສຸມແຫຼ່ງກຳລັງ, ຍູ້ໄວການປະຕິບັດບັນດາໂຄງການລົງທຶນ, ພ້ອມທັງຍົກສູງຄວາມຮັບຜິດຊອບສັງຄົມຕໍ່ວົງຄະນະຍາດ, ສ້າງວຽກເຮັດງານທຳ ແລະ ລາຍຮັບທີ່ເປັນປົກກະຕິໃຫ້ປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິບັດນະໂຍບາຍຊ່ວຍເຫຼືອສັງຄົມ, ຮັບປະກັນຄວາມກົມກຽວຜົນປະໂຫຍດລະຫວ່າງລັດ, ປະຊາຊົນ ແລະ ວິສາຫະກິດ.

 

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top