• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ລາວ ເຊັນ​ສັນ​ຍາ​ການ​ຄ້າສະ​ບັບ​ໃໝ່

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ພ້ອມກັບລັດຖະມົນຕີ ອຸດສາຫະກຳ ແລະ ການຄ້າ ລາວໄດ້ ເຊັນ ສັນຍາການຄ້າ ຫວຽດນາມ - ລາວສະບັບໃໝ່, ເພື່ອແນໃສ່ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວສົ່ງອອກນຳເຂົ້າສິນຄ້າ
ພິທີລົງນາມສັນຍາການຄ້າ ລະຫວ່າງ ສອງຝ່າຍ (ພາບ: VOV)

ວັນທີ 8 ເມສາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ຄະນະຜູ້ແທນ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດຍທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມສົນທະນາ ກັບຄະນະຜູ້ແທນ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໂດຍທ່ານລັດຖະມົນຕີ ມະໄລທອງ ກົມມະສິດ ເປັນຫົວໜ້າຄະນະ. ນະທີ່ນີ້, ລັດຖະມົນຕີ ສອງທ່ານ ໄດ້ເຫັນດີເປັນເອກະພາບ ຍູ້ແຮງ ການຈັດຕັ້ງບັນດາການເຄື່ອນໄຫວທຸລະກຳການຄ້າ, ເຊື່ອມຕໍ່ວິສາຫະກິດສອງປະເທດ ຄື: ບັນດາເວທີປາໄສ ວິສາຫະກິດ, ກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າ ວິສາຫະກິດ, ຕະຫຼາດນັດການຄ້າ, ເວທີປາໄສຊຸກຍູ້ການຄ້າ, ກອງປະຊຸມສຳມະນາຂໍ້ມູນຕະຫຼາດ; ຊຸກຍູ້ການຮ່ວມມືພັດທະນາພື້ນຖານໂຄງລ່າງ ທາງການຄ້າເຂດຊາຍແດນ ຫວຽດນາມ - ລາວ; ສຸມໃສ່ຂຸດຄົ້ນບັນດາເຂດອຸດສາຫະກຳ, ເຂດເສດຖະກິດດ່ານຊາຍແດນ ທີ່ມີຢູ່ແລ້ວໃນປັດຈຸບັນ ຂອງສອງປະເທດຢ່າງມີປະສິດທິຜົນທີ່ສຸດ.

ສິ້ນສຸດການໂອ້ສົມສົນທະນາ,  ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ພ້ອມກັບລັດຖະມົນຕີ ອຸດສາຫະກຳ ແລະ ການຄ້າ ລາວໄດ້ ເຊັນ ສັນຍາການຄ້າ ຫວຽດນາມ - ລາວສະບັບໃໝ່, ເພື່ອແນໃສ່ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວສົ່ງອອກນຳເຂົ້າສິນຄ້າ, ປະກອບສ່ວນເພີ່ມທະວີການພົວພັນທາງການຄ້າ ຫວຽດນາມ - ລາວ, ລາວ - ຫວຽດນາມ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top