• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ຄະ​ນະ​ເລ​ຂານຸ​ການ​ໃຫຍ່ ອາ​ຊຽນ ແລກ​ປ່ຽນ​ກ່ຽວ​ກັບ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ

ສອງຝ່າຍໄດ້ແບ່ງປັນຢ່າງເລິກເຊິ່ງກ່ຽວກັບບັນດາໂອກາດ ແລະ ສິ່ງທ້າທາຍເຊິ່ງ ອາຊຽນພວມປະເຊີນໜ້າໃນສະພາບການພາກພື້ນ, ສາກົນທີ່ມີການຜັນແປໂດຍໄວ, ຍາກທີ່ຄາດຄະເນລ່ວງໜ້າໄດ້ ແລະ ໃນສະພາບການອາຊຽນພວມກະກຽມກ້າວເຂົ້າໄລຍະໃໝ່ ພາຍລັງປະຕິບັດສຳເລັດວິໄສທັດປະຊາຄົມ ອາຊຽນໃນປີ 2025,
ທ່ານ ເຈື່ອງກວາງຮ່ວາຍນາມ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພົບປະກັບ ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ (ພາບ: ຄະນະເລຂາອາຊຽນ)

ວັນທີ 18 ກໍລະກົດ, ໃນການເດີນທາງໄປປະຕິບັດງານຢູ່ອິນໂດເນເຊຍ, ທ່ານ ເຈື່ອງກວາງຮ່ວາຍນາມ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ພົບປະ ແລະ ແລກປ່ຽນກັບທ່ານ Kao Kim Hourn ເລຂາທິການໃຫຍ່ ສະມາຄົມ ປະຊາຊາດແຫ່ງ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມື, ເຊື່ອມຕໍ່ອາຊຽນ ແລະ ເຂົ້າຮ່ວມຂອງ ຫວຽດນາມ ໃນອາຊຽນ.

ທີ່ການພົບປະ, ສອງຝ່າຍໄດ້ແບ່ງປັນຢ່າງເລິກເຊິ່ງກ່ຽວກັບບັນດາໂອກາດ ແລະ ສິ່ງທ້າທາຍເຊິ່ງ ອາຊຽນພວມປະເຊີນໜ້າໃນສະພາບການພາກພື້ນ, ສາກົນທີ່ມີການຜັນແປໂດຍໄວ, ຍາກທີ່ຄາດຄະເນລ່ວງໜ້າໄດ້ ແລະ ໃນສະພາບການອາຊຽນພວມກະກຽມກ້າວເຂົ້າໄລຍະໃໝ່ ພາຍລັງປະຕິບັດສຳເລັດວິໄສທັດປະຊາຄົມ ອາຊຽນໃນປີ 2025. ຕາມນັ້ນແລ້ວ, ທ່ານ ເຈື່ອງກວາງຮ່ວາຍນາມ ແລະ ທ່ານ Kao Kim Hourn ໄດ້ເຫັນດີເປັນເອກະພາບຢູ່ລະດັບສູງກ່ຽວກັບຄວາມສຳຄັນຂອງການສືບຕໍ່ຍູ້ແຮງການຮ່ວມມື, ຮັກສາຄວາມສາມັກຄີ, ເຫັນດີເປັນເອກະພາບ, ຮັກສາບົບາດໃຈກາງຂອງ ອາຊຽນ ເພື່ອປະຊາຄົມອາຊຽນທີ່ໝັ້ນຄົງເຂັ້ມແຂງ ກ່ຽວກັບການເມືອງ, ການເຊື່ອມຕໍ່ຢ່າງແໜ້ນແຟ້ນກ່ຽວກັບເສດຖະກິດ ແລະ ການສະໜິດຕິດພັນ, ຄວາມກົມກຽວ.

ທ່ານ Kao Kim Hourn ແບ່ງປັນກັບທ່ານ ເຈື່ອງກວາງຮ່ວາຍນາມ ກ່ຽວກັບຄວາມຄືບໜ້າຢ່າງຕັ້ງໜ້າໃນການສ້າງວິໄສທັດປະຊາຄົມ ອາຊຽນ 2045 ແລະ ບັນດາແຜນການຕິດກັບໄປນຳ, ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີການສົມທົບກັນຢ່າງຄ່ອງແຄ້ວ, ມີປະສິດທິຜົນລະຫວ່າງບັນດາເສົາຄ້ຳ, ບັນດາຂົງເຂດວິຊາການ ເພື່ອຮັບປະກັນການຜັນຂະຫຍາຍບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີປະສິດທິຜົນ, ບົນພື້ນຖານຮັບເອົາບົດຮຽນປະສົບການຂອງບັນດາໄລຍະກ່ອນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top