• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ນັດ​ພົບ​ແຖວ​ໜ້າ​ສຳ​ລັບ​ສິນ​ຄ້າ​ ກາ​ນາ​ດາ ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ອາ​ຊຽນ

ທ່ານລັດຖະມົນຕີການຄ້າ BC Jagrup Brar, ຖືວ່າ ເລື່ອງ ການາດາ ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືທົ່ວໂລກ ຄື ຫວຽດນາມ ແມ່ນສຳຄັນທີ່ສຸດ. ຫວຽດນາມ ແມ່ນສະມາຊິກຂອງ ອາຊຽນ ແລະ ແມ່ນສະຖານທີ່ນັດພົບແຖວໜ້າສຳລັບສິນຄ້າ, ການບໍລິການຂອງ ການາດາ ໃນຈຳນວນບັນດາປະເທດ ອາຊຽນ.
ທ່ານລັດຖະມົນຕີການຄ້າ BC Jagrup Brar ກ່າວຄຳເຫັນ ໄກກອງປະຊຸມສຳມະນາ

ກອງປະຊຸມສຳມະນາດ້ວຍຫົວຂໍ້ “ຍາດແຍ່ງໄມ້ງັດ FTA ເພື່ອເຂົ້າ ອາຊຽນ: ໂອກາດ ກ່ຽວກັບອຸດສາຫະກຳ ແລະ ເຕັກໂນໂລຢີໃຫ້ແກ່ບັນດາວິສາຫະກິດ ການາດາ ຢູ່ ຫວຽດນາມ” ຫາກໍ່ດຳເນີນຢູ່ແຂວງ British Columbia (BC). ເຫດການໂດຍຫ້ອງການການຄ້າ ແລະ ຫ້ອງການວິທະຍາສາດ ເຕັກໂນໂລຢີ ສະຖານທູດ ຫວຽດນາມ ປະຈຳ ການາດາ ສົມທົບກັບກົມວຽກເຮັດງານທຳ, ພັດທະນາເສດຖະກິດ ແລະ ນະວັດຕະກຳ BC ແລະ ສະພາດຳເນີນທຸລະກິດ ການາດາ - ອາຊຽນ ຈັດຂຶ້ນ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານລັດຖະມົນຕີການຄ້າ BC Jagrup Brar, ຖືວ່າ ເລື່ອງ ການາດາ ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືທົ່ວໂລກ ຄື ຫວຽດນາມ ແມ່ນສຳຄັນທີ່ສຸດ. ຫວຽດນາມ ແມ່ນສະມາຊິກຂອງ ອາຊຽນ ແລະ ແມ່ນສະຖານທີ່ນັດພົບແຖວໜ້າສຳລັບສິນຄ້າ, ການບໍລິການຂອງ ການາດາ ໃນຈຳນວນບັນດາປະເທດ ອາຊຽນ.

ສ່ວນທ່ານ ຫງວຽນກວາງຈຸງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ BC ໄດ້ຕີລາຄາວ່າ ໂດຍແມ່ນສະມາຊິກຂອງສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ບັນດານັກລົງທຶນ ແລະ ສົ່ງອອກຂອງທັງ ຫວຽດນາມ ແລະ ການາດາ ລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກການສຳຜັດກັບຕະຫຼາດເປີດກວ້າງ ແລະ ສະພາບແວດລ້ອມທີ່ໄດ້ຫຼຸດຜ່ອນອາສີອາກອນ ຕາມການກຳນົດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top