• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແບ່​ງ​ປັນ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ມະ​ນຸດ​ສະ​ທຳ​ຢູ່​ອາບ​ກາ​ນິດ​ສະ​ຖານ

ວັນທີ 17 ທັນວາ, ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ ແລະ ການເຄື່ອນໄຫວຂອງ ຄະນະໜູນຊ່ວຍຂອງ ສປຊ ປະຈຳປະເທດນີ້.

ກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ 

ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສປຊ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນວິວັດທະນາການສ້າງສັນຕິພາບໂດຍ ຊາວອາບການິດສະຖານນຳໜ້າ ແລະ ເປັນເຈົ້າ, ທ່ານກໍ່ສະແດງຄວາມປາດຖະໜາຢາກໃຫ້ ຝ່າຍທີ່ກ່ຽວຂ້ອງ ຈະບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວໂດຍໄວ ເພື່ອສ້າງສະພາບແວດລ້ອມແຫ່ງສະຖຽນລະພາບ ແລະ ຄວາມສະດວກໃຫ້ແກ່ວິວັດທະນາການເຈລະຈາສັນຕິພາບ. ທ່ານ ເອກອັກຄະລັດຖະທູດ ໄດ້ແບ່ງປັນຄວາມວິຕົກກັງວັນ ກ່ຽວກັບການໃຊ້ຄວາມຮຸນແຮງ ຢູ່ອາບການິດສະຖານເພີ່ມຂຶ້ນ ແລະ ສະເໜີໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ, ຮັບປະກັນໄດ້ສຳຜັດກັບມະນຸດສະທຳ ແລະ ສາທາລະນະສຸກຢ່າງຄົບຖວ້ນ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍອາບການິດສະຖານ ໃນການພັດທະນາເສດຖະກິດ  ແລະ ແກ້ໄຂສິ່ງທ້າທາຍກ່ຽວກັບມະນຸດສະທຳ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top