ຂ່າວສານ ຫວຽດນາມ ແບ່ງປັນສິ່ງທ້າທາຍກ່ຽວກັບເສດຖະກິດ ແລະ ມະນຸດສະທຳຢູ່ອາບການິດສະຖານ 20/12/2020 ວັນທີ 17 ທັນວາ, ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ ແລະ ການເຄື່ອນໄຫວຂອງ ຄະນະໜູນຊ່ວຍຂອງ ສປຊ ປະຈຳປະເທດນີ້. ກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສປຊ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນວິວັດທະນາການສ້າງສັນຕິພາບໂດຍ ຊາວອາບການິດສະຖານນຳໜ້າ ແລະ ເປັນເຈົ້າ, ທ່ານກໍ່ສະແດງຄວາມປາດຖະໜາຢາກໃຫ້ ຝ່າຍທີ່ກ່ຽວຂ້ອງ ຈະບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວໂດຍໄວ ເພື່ອສ້າງສະພາບແວດລ້ອມແຫ່ງສະຖຽນລະພາບ ແລະ ຄວາມສະດວກໃຫ້ແກ່ວິວັດທະນາການເຈລະຈາສັນຕິພາບ. ທ່ານ ເອກອັກຄະລັດຖະທູດ ໄດ້ແບ່ງປັນຄວາມວິຕົກກັງວັນ ກ່ຽວກັບການໃຊ້ຄວາມຮຸນແຮງ ຢູ່ອາບການິດສະຖານເພີ່ມຂຶ້ນ ແລະ ສະເໜີໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ, ຮັບປະກັນໄດ້ສຳຜັດກັບມະນຸດສະທຳ ແລະ ສາທາລະນະສຸກຢ່າງຄົບຖວ້ນ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍອາບການິດສະຖານ ໃນການພັດທະນາເສດຖະກິດ ແລະ ແກ້ໄຂສິ່ງທ້າທາຍກ່ຽວກັບມະນຸດສະທຳ. (ແຫຼ່ງຄັດຈາກ VOV)

ວັນທີ 17 ທັນວາ, ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ ແລະ ການເຄື່ອນໄຫວຂອງ ຄະນະໜູນຊ່ວຍຂອງ ສປຊ ປະຈຳປະເທດນີ້. ກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສປຊ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນວິວັດທະນາການສ້າງສັນຕິພາບໂດຍ ຊາວອາບການິດສະຖານນຳໜ້າ ແລະ ເປັນເຈົ້າ, ທ່ານກໍ່ສະແດງຄວາມປາດຖະໜາຢາກໃຫ້ ຝ່າຍທີ່ກ່ຽວຂ້ອງ ຈະບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວໂດຍໄວ ເພື່ອສ້າງສະພາບແວດລ້ອມແຫ່ງສະຖຽນລະພາບ ແລະ ຄວາມສະດວກໃຫ້ແກ່ວິວັດທະນາການເຈລະຈາສັນຕິພາບ. ທ່ານ ເອກອັກຄະລັດຖະທູດ ໄດ້ແບ່ງປັນຄວາມວິຕົກກັງວັນ ກ່ຽວກັບການໃຊ້ຄວາມຮຸນແຮງ ຢູ່ອາບການິດສະຖານເພີ່ມຂຶ້ນ ແລະ ສະເໜີໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ, ຮັບປະກັນໄດ້ສຳຜັດກັບມະນຸດສະທຳ ແລະ ສາທາລະນະສຸກຢ່າງຄົບຖວ້ນ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍອາບການິດສະຖານ ໃນການພັດທະນາເສດຖະກິດ ແລະ ແກ້ໄຂສິ່ງທ້າທາຍກ່ຽວກັບມະນຸດສະທຳ. (ແຫຼ່ງຄັດຈາກ VOV)