ສືບຕໍ່ການສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືສອງຝ່າຍ ຫວຽດນາມ - ສະວິດ ໃຫ້ສອດຄ່ອງກັບຂອບເຂດຄູ່ຮ່ວມມືຢ່າງຮອບດ້ານ, ນຳໃຊ້ທ່າແຮງຂອງສັນຍາການຄ້າເສລີ ຫວຽດນາມ - ສະມາຄົມການຄ້າເສລີເອີລົບ (EFTA).
ທ່ານ ໂລເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Guy Parmelin, ປະທານາທິບໍດີ ສະວິດ (ພາບ: VNA)
ແມ່ນເນື້ອໃນທີ່ທ່ານ ໂລເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Guy Parmelin, ປະທານາທິບໍດີ ສະວິດ ໄດ້ເຫັນດີເປັນເອກະພາບໃນການພົບປະສົນທະນາທີ່ຈັດຂຶ້ນໃນຕອນບ່າຍວັນທີ 17 ຕຸລາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ ຮ່າໂນ້ຍ.
ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ຫວຽດນາມ ຍາມໃດ ຫວຽດນາມ ກໍ່ໃຫ້ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ສະວິດ ເປັນສຳຄັນ ແລະ ປາດຖະໜາວ່າ ສອງປະເທດຈະສືບຕໍ່ຮ່ວມເດີນທາງ, ພ້ອມກັນພັດທະນາ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.
ສ່ວນທ່ານປະທານາທິບໍດີ Guy Parmelin ຢືນຢັນວ່າ ເລື່ອງ ຫວຽດນາມ ແລະ ສະວິດ ແລະ ບັນດາປະເທດ EFTA ລົງນາມໃນສັນຍາການຄ້າເສລີ ຈະເປັນໂອກາດທີ່ດີໃຫ້ແກ່ວິສາຫະກິດຄົ້ນຫາທ່າແຮງການຮ່ວມມືໃນອະນາຄົດ, ພິເສດເມື່ອມີບໍລິສັດ ສະວິດ ກວ່າ 100 ແຫ່ງມີໜ້າຢູ່ ຫວຽດນາມ ແລ້ວ.
ເນື່ອງໃນໂອກາດນີ້, ການນຳສອງທ່ານໄດ້ເປັນສັກຂີພະຍານໃນພິທີແລກປ່ຽນເອກະສານຮ່ວມມືຈຳນວນໜຶ່ງລະຫວ່າງບັນດາກະຊວງ, ຂະແໜງການໃນບັນດາຂົງເຂດ, ຄື: ແຮງງານ, ວິທະຍາສາດ ເຕັກໂນໂລຊີ, ການຄ້າ ແລະ ພັດທະນາຕົວເມືອງ.
ຕອນຄ່ຳວັນດຽວກັນ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມກັບພັນລະຍາ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີສະວິດ Guy Parmelin ແລະ ພັນລະຍາ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ:
“ຫວຽດນາມ ປາດຖະໜາວ່າຈະພ້ອມກັບ ສະວິດ ສ້າງບັນດາບາດກ້າວໃໝ່ ໃນການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກໍາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ພ້ອມກັນ ປະກອບສ່ວນຢ່າງຕັ້ງໜ້າກວ່າໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ແກ້ໄຂບັນດາສິ່ງທ້າທາຍລວມ.”
(ແຫຼ່ງຄັດຈາກ VOV)