• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເພີ່ມ​ທະ​ວີ​ກົນ​ໄກ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃນ​ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນ

ການເພີ່ມທະວີກົນໄກປົກປ້ອງສິດທິມະນຸດໃນສະພາບແວດລ້ອມດີຈີຕອນ ແມ່ນບຸລິມະສິດຈຸດສຸມຂອງ ຫວຽດນາມ ໃນສັງກາດໃໝ່ ແລະ ແມ່ນສານທີ່ໄດ້ຍົກອອກມາໃນກອງປະຊຸມສຳມະນາວິທະຍາສາດ “ສິດທິມະນຸດໃນສັງກາດດີຈີຕອນ - ທິດສະດີ ແລະ ພຶດຕິກຳຕົວຈິງ”, ໂດຍໄດ້ໄຂຂຶ້ນໃນວັນທີ 05 ທັນວາ, ຢູ່ແຂວງ ລາວກາຍ ຂອງ ຫວຽດນາມ.
(ພາບປະກອບ: VOV)

ນີ້ແມ່ນເຫດການທີ່ນອນໃນບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງວັນສິດທິມະນຸດໂລກ ຄົບຮອບ 77 ປີ (10/12/1948 - 10/12/2025) ໂດຍຫ້ອງການອົງການປະຈຳຄະນະຊີ້ນຳສິດທິມະນຸດລັດຖະບານ ແລະ ສະຖາບັນສິດທິມະນຸດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສົມທົບກັນຈັດຂຶ້ນ.

ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືບັນດາກຸ່ມເນື້ອໃນຄື: “ສິດເປັນສ່ວນຕົວ ແລະ ປົກປ້ອງຂໍ້ມູນສ່ວນຕົວ: ເປັນເຈົ້າການທາງດ້ານຂໍ້ມູນ”; “ສິດເສລີໃນການປາກເວົ້າ ແລະ ສິດເຂົ້າເຖິງຂໍ້ມູນ: ການບໍລິຫານພື້ນຖານດີຈີຕອນ”; “ຄວາມສະເໝີພາບ ແລະ ການປົກປ້ອງກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພິ່ນ: ເຕັກໂນໂລຢີ ເພື່ອເປົ້າໝາຍພັດທະນາແບບຍືນຍົງ”; “ປົກປ້ອງພື້ນຖານແນວຄິດການເມືອງ ແລະ ອະທິປະໄຕດີຈີຕອນແຫ່ງຊາດ”. ບັນດາຜູ້ແທນກໍຢັ້ງຢືນວ່າ ເລື່ອງຮັບປະກັນສິດທິມະນຸດໃນສັງກາດດີຈີຕອນບໍ່ພຽງແຕ່ແມ່ນການເລືອກເຟັ້ນເທົ່ານັ້ນ, ຫາກຍັງແມ່ນຄຳຮຽກຮ້ອງພາວະວິໄສ, ແມ່ນໜ້າທີ່ຍຸດທະສາດຂອງພັກ, ລັດ ແລະ ທົ່ວສັງຄົມອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ກວາງ​ນິງ ຮັບ​ກະ​ແສ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຢີ

ກວາງ​ນິງ ຮັບ​ກະ​ແສ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຢີ

ແຂວງ ກວາງນິງ ຫາກໍ່ມອບໃບຢັ້ງຢືນການລົງທຶນໃຫ້ແກ່ 7 ໂຄງການວິທະຍາສາດເຕັກໂນໂລຢີ ດ້ວຍມູນຄ່າການລົງທຶນທັງໝົດກວ່າ 16.000 ຕື້ດົ່ງ (ປະມານກວ່າ 607 ລ້ານ USD).

Top