• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດວ່າ ກະສິກຳອາດຈະບັນລຸເປົ້າໝາຍສົ່ງອອກ 70 ຕື້ USD ໃນປີ 2025

ຕາມການປະກາດຂອງທາງກະຊວງແລ້ວ, ໃນ 11 ເດືອນຂອງປີ 2025, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຄາດວ່າບັນລຸ 64,01 ຕື້ USD

(ທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ)

“ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ລື່ນກາຍລະດັບສະຖິຕິ, ສ້າງທ່າເຕີບໂຕຢ່າງແຮງໃນທ້າຍປີ, ມຸ່ງໄປເຖິງເປົ້າໝາຍ 70 ຕື້ USD ໃນປີນີ້”. ນີ້ແມ່ນຄຳຢືນຢັນຂອງທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນຈັດຂຶ້ນໃນຕອນເຊົ້າວັນທີ 04 ທັນວາ, ຢູ່ ຮ່າໂນ້ຍ.

        ຕາມການປະກາດຂອງທາງກະຊວງແລ້ວ, ໃນ 11 ເດືອນຂອງປີ 2025, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຄາດວ່າບັນລຸ 64,01 ຕື້ USD, ເພີ່ມຂຶ້ນເກືອບ 12,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຕົວເລກດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນການຟື້ນຟູຢ່າງແຮງຂອງການເຄື່ອນໄຫວດ້ານການຄ້າທາງກະເສດເທົ່ານັ້ນ ຫາກຍັງລື່ນກາຍລະດັບສະຖິຕິ 62,4 ຕື້ USD ຂອງທັງປີ 2024. ທ່ານຮອງລັດຖະມົນຕີ ຟຸ່ງດຶກຕຽນ, ໃຫ້ຮູ້ວ່າ:

        “ບັນດາຕະຫຼາດສົ່ງອອກ, ພິເສດແມ່ນຕະຫຼາດ ອາເມລິກາ ແລະ ຕະຫຼາດ ຈີນ ມີການຫັນທິດຢ່າງຕັ້ງໜ້າ. ພ້ອມກັນນັ້ນ, ຕະຫຼາດສະຫະພາບ ເອີລົບ ກໍ່ມີການຫັນປ່ຽນຢ່າງແຮງ. ຖ້າວ່າ ເດືອນ ທັນວາ ຮັກສາທ່າເຕີບໂຕປະມານ 6 ຕື້ USD ນັ້ນ, ຫວຽດນາມ ຈະສຳເລັດເລື່ອງບັນລຸເປົ້າໝາຍການສົ່ງອອກຂອງປີນີ້ແມ່ນແຕ່ 65  70 ຕື້ USD ໄດ້ແຕ່ໄວ”.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິການ​ສະ​ພາ​ຄວາມ​ໝັ້ນ​ຄົງ ເບ​ລາ​ຣຸດ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິການ​ສະ​ພາ​ຄວາມ​ໝັ້ນ​ຄົງ ເບ​ລາ​ຣຸດ

ໜ້າທີ່ຂອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດແມ່ນຕັ້ງໜ້າຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງ, ເຮັດໃຫ້ບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດອຸດົມສົມບູນກວ່າ.

Top