• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຄ້ງ​ຮວ່າ ເລີ່ມ​ລົງ​ມື​ກໍ່​ສ້າງ​ເຮືອນ​ຢູ່ ມອບ​ໃຫ້​ຄອບ​ຄົວ​ທີ່ເຮືອ​ນ​ພັງຖະ​ຫຼົ່ມໝົດຫຼັງ​ ​ຍ້ອນ​ໄພ​ທຳ​ມະ​ຊາດ

ຢູ່ພິທີເລີ່ມລົງມືກໍ່ສ້າງ, ທ່ານ ເຈິ່ນຟອງ ປະທານຄະນະກຳມະການປະຊາຊົນ ແຂວງ ໄດ້ອອກຄຳສັ່ງຜັນຂະຫຍາຍ “ບັ້ນກວາງຈຸງ” ແລະ ເລີ່ມລົງມືກໍ່ສ້າງເຮືອນຢູ່ໃຫ້ແກ່ຄອບຄົວໜຶ່ງຢູ່ບ້ານໄຕ 2, ຕາແສງ ຢຽນດ່ຽນທີ່ເຮືອນຖືກພັງຖະຫຼົ່ມໃນຄັ້ງຝົນຕົກນ້ຳຖ້ວມທີ່ຜ່ານມາ.
ພິທີເລີ່ມລົງມືກໍ່ສ້າງ (ພາບ: nhandan.vn)
ວັນທີ 4 ທັນວາ, ຢູ່ຕາແສງ ຢຽນດ່ຽນ, ແຂວງແຄ້ງຮວ່າໄດ້ຈັດພິທີເລີ່ມລົງມືກໍ່ສ້າງເຮືອນຢູ່ໃຫ້ແກ່ບັນດາຄອບຄົວທີ່ເຮືອນພັງຖະຫຼົ່ມລົງໝົດຫຼັງຍ້ອນໄພທຳມະຊາດ. ຢູ່ພິທີເລີ່ມລົງມືກໍ່ສ້າງ, ທ່ານ ເຈິ່ນຟອງ ປະທານຄະນະກຳມະການປະຊາຊົນ ແຂວງ ໄດ້ອອກຄຳສັ່ງຜັນຂະຫຍາຍ “ບັ້ນກວາງຈຸງ” ແລະ ເລີ່ມລົງມືກໍ່ສ້າງເຮືອນຢູ່ໃຫ້ແກ່ຄອບຄົວໜຶ່ງຢູ່ບ້ານໄຕ 2, ຕາແສງ ຢຽນດ່ຽນທີ່ເຮືອນຖືກພັງຖະຫຼົ່ມໃນຄັ້ງຝົນຕົກນ້ຳຖ້ວມທີ່ຜ່ານມາ. ທ່ານ ເຈິ່ນຟອງສະເໜີບັນດາພະແນກ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ຮີບດ່ວນ ສ້າງແຜນການໜູນຊ່ວຍກໍ່ສ້າງເຮືອນໃໝ່ໃຫ້ແກ່ຄອບຄົວທີ່ເຮືອນຖືກພັງຖະຫຼົ່ມ ແລະ ສ້ອມແປງບັນດາເຮືອນທີ່ເປ່ເພໜັກ ພ້ອມກັນນກັ້ນກໍ່ສຸມທຸກແຫຼ່ງກຳລັງເພື່ອປະຕິບັດສຳເລັດໂຄງການໃຫ້ຖືກຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ ແລະ ມອບໃຫ້ແກ່ປະຊາຊົນກ່ອນບຸນເຕັດ.

(ແຫຼ່ງຄັດຈາກ VOV)

ກວາງ​ນິງ ຮັບ​ກະ​ແສ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຢີ

ກວາງ​ນິງ ຮັບ​ກະ​ແສ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຢີ

ແຂວງ ກວາງນິງ ຫາກໍ່ມອບໃບຢັ້ງຢືນການລົງທຶນໃຫ້ແກ່ 7 ໂຄງການວິທະຍາສາດເຕັກໂນໂລຢີ ດ້ວຍມູນຄ່າການລົງທຶນທັງໝົດກວ່າ 16.000 ຕື້ດົ່ງ (ປະມານກວ່າ 607 ລ້ານ USD).

Top