• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ເອີ​ຣົບ ມຸ່ງ​ໄປ​ເຖິງ​ເສດ​ຖະ​ກິດ​ຂຽວ

ວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ກໍໄດ້ເຮັດວຽກກັບທ່ານ Alain Cany, ປະທານສະຫະສະມາຄົມວິສາຫະກິດ ເອີຣົບ (EuroCham), ທ່ານ Thomas Wiersing, ເລຂາທີໜຶ່ງ, ຜູ້ຕາງໜ້າ ຄະນະຜູ້ແທນ ສະຫະພາບເອີຣົບ (ອີຢູ) ປະຈຳ ຫວຽດນາມ ໂດຍຊົ່ວຄາວ.
  ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ເຮັດວຽກກັບທ່ານ Alain Cany, ປະທານສະຫະສະມາຄົມວິສາຫະກິດ ເອີຣົບ (ພາບ: baotainguyenmoitruong.vn)  

ນະທີ່ນີ້, ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ຫວັງວ່າ ທ່ານ Alain Cany ແລະ ບັນດາປະເທດສະມາຊິກຂອງ EuroCham ຈະສືບຕໍ່ປະກອບຄຳຄິດຄຳເຫັນໃຫ້ແກ່ວິວັດທະນາການສ້າງລະບອບລະບຽບການນະໂຍບາຍກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສ່ອງແສງຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢ່າງທັນການໃນວິວັດການຜັນຂະຫຍາຍປະຕິບັດບັນດາໂຄງການທີ່ກ່ຽວຂ້ອງເຖິງການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການຫັນປ່ຽນພະລັງງານຢູ່ ຫວຽດນາມ.

ສ່ວນທ່ານ Alain Cany ໃຫ້ຮູ້ວ່າ ພາຍຫຼັງກອງປະຊຸມ COP 26, Eurocham ໄດ້ສ້າງບັນດາໂຄງການເປົ້າໝາຍພັດທະນາ ແລະ ປະຕິບັດຄຳໝັ້ນສັນຍາຂອງຕົນຢ່າງແຮງ ໃນການຮ່ວມເດີນທາງພ້ອມກັບຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການດັດປັບໂຄງສ້າງພື້ນຖານເສດຖະກິດຄືນໃໝ່ຕາມທິດສີຂຽວ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top