• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ Canada, Singapore ໃນ​ຂອບ​ເຂດ CPTPP

ສອງຝ່າຍໄດ້ປຶກສາຫາລືເລື່ອງເພີ່ມທະວີການພົວພັນທາງການທູດ ແລະ ການຄ້າ, ການພົວພັນຄູ່ຮ່ວມມືເສດຖະກິດ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ- Canada.
(ພາບ: TTXVN)

ໃນຂອບເຂດບັນດາການເຄື່ອນໄຫວທີ່ກອງປະຊຸມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ຈັດຂຶ້ນຢູ່ Vancouver (Canada), ວັນທີ 28 ພະຈິກ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ພົບປະສອງຝ່າຍກັບທ່ານນາງລັດຖະມົນຕີກະຊວງການຄ້າສາກົນ Canada ແລະ ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ Singapore.

ທີ່ການພົບປະກັບທ່ານນາງ Mary Ng, ລັດຖະມົນຕີກະຊວງການຄ້າສາກົນ Canada, ສອງຝ່າຍໄດ້ປຶກສາຫາລືເລື່ອງເພີ່ມທະວີການພົວພັນທາງການທູດ ແລະ ການຄ້າ, ການພົວພັນຄູ່ຮ່ວມມືເສດຖະກິດ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ- Canada. ຫວຽດນາມ ສະເໜີ Canada ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຖະແຫຼງການ ກ່ຽວກັບການສ້າງຄວາມສະດວກດ້ານການຄ້າ ການລົງທຶນ, ຫັນປ່ຽນພະລັງງານ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທີ່ການພົບປະກັບທ່ານ Gan Kim Yong ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ Singapore, ສອງຝ່າຍເຫັນດີເປັນເອກະພາບ ຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັນດາການເຄື່ອນໄຫວປະຕິບັດສັນຍາ ກໍ່ຄືເປີດກ້ວາງສັນຍາ ເພື່ອແນໃສ່ຍົກສູງປະສິດທິຜົນ ຜັນຂະຫຍາຍຂອບເຂດການຮ່ວມມືນີ້ໃນໄລຍະທີ່ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top