• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ ວາ​ລະປຶກ​ສາ​ຫາ​ລືຂັ້ນ​ສູງຜ່ານ​ທາງ​ອອນ​ລາຍ​ຂອງ ສະ​ພາ​ຄວາມໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ

ໃນວັນທີ 3 ພະຈິກ, ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຜ່ານທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້: “ກໍ່ສ້າງ ແລະ ຮັກສາສັນຕິພາບ: ບັນດາປັດໃຈທີ່ກໍ່ໃຫ້ເກີດການປະທະກັນ ແລະ ຂາດຄວາມໝັ້ນຄົງ”. 

ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ເລຮ່ວາຍຈຸງ ຖືວ່າ ຄວນສ້າງບັນດາສາຍພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ວັດທະນະທຳເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ຕາມນັ້ນແລ້ວ, ຄວນເຊີດຊູລັດທິຫຼາຍຝ່າຍດ້ວຍບົດບາດເປັນໃຈກາງຂອງສະຫະປະຊາຊາດໃນການຮ່ວມມືສາກົນ. ພ້ອມກັນນັ້ນ, ສະພາຄວາມໝັ້ນຄົງ ຄວນເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂບັນດາສາຍເຫດຕົ້ນຕໍຂອງການປະທະກັນ ແລະ ຂາດຄວາມໝັ້ນຄົງ, ລວມມີການເຂົ້າຮ່ວມບັນດາໄລຍະທັງໝົດຂອງການປະທະກັນຈາກການສະກັດກັ້ນ, ກ່າວເຕືອນໂດຍໄວຕະຫຼອດຮອດການສະເໜີມາດຕະການ, ຈາກການຟື້ນຟູຕະຫຼອດຮອດການພັດທະນາແບບຍືນຍົງພາຍຫຼັງການປະທະກັນ. ເນື່ອງໃນໂອກາດນີ້, ທ່ານ ເລຮ່ວາຍຈຸງ ຢັ້ງຢືນວ່າ: ຫວຽດນາມ ໄດ້, ພວມ ແລະ ຈະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ກຽມພ້ອມປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນແນໃສ່ຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top