• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​​ງານ​ບຸນ​ອາ​ຫານ​ການ​ກິນ, ງານ​ວາງ​ສະ​ແດງ ແລະ ຈຳ​ໜ່າຍ​ສິນ​ຄ້າ​ຢູ່ ​ລາວ

ເຫດການປີນີ້ໄດ້ດຶງດູດ 171 ວິສາຫະກິດ 3 ປະເທດ ລາວ-ຫວຽດນາມ-ໄທ ເຂົ້າຮ່ວມ ດ້ວຍຮ້ານວາງສະແດງສິນຄ້າ 210 ຮ້ານ.
(ພາບ: TTXVN)

ແຕ່ວັນທີ 13-17 ພະຈິກ, ຢູ່ແຂວງ ຄຳມ່ວນ ໄດ້ຈັດງານບຸນອາຫານການກິນ, ງານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນແຂວງ ຄຳມ່ວນ ປີ 2024. ເຂົ້າຮ່ວມເຫດການມີທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ; ຜູ້ຕາງໜ້າສະຖານກົງສູນໃຫ່ຍ ຫວຽດນາມ ປະຈຳແຂວງ ສະຫວັນນະເຂດ; ຜູ້ຕາງໜ້າອຳນາດການປົກຄອງແຂວງ ຄຳມ່ວນ ພ້ອມດ້ວຍຜູ້ຕາງໜ້າວິສາຫະກິດ ລາວ-ຫວຽດນາມ-ໄທ, ປຊຊ ແຂວງ ຄຳມ່ວນ ເປັນຈຳນວນຫຼວງຫຼາຍ.

  ເຫດການປີນີ້ໄດ້ດຶງດູດ 171 ວິສາຫະກິດ 3 ປະເທດ ລາວ-ຫວຽດນາມ-ໄທ ເຂົ້າຮ່ວມ ດ້ວຍຮ້ານວາງສະແດງສິນຄ້າ 210 ຮ້ານ. ບັນດາຮ້ານວາງສະແດງສ່ວນຫຼາຍແມ່ນບັນດາປະເພດສິນຄ້າທີ່ເປັນເອະກະລັກພິເສດສະເພາະຂອງທ້ອງຖິ່ນຄື: ອາຫານ, ເຄື່ອງຫັດຖະກຳສິລະປະ, ຜະລິດຕະພັນກະເສດ, ຜະລິດຕະພັນອຸດສາຫະກຳ, ການປຸງແຕ່ງ ແລະ ທ່ອງທ່ຽວ ຊື່ງຈະປະກອບສ່ວນຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນລະຫວ່າງ 3 ປະເທດ ລາວ-ຫວຽດນາມ-ໄທ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top