• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ບິນ​ສິງ​ກະ​ໂປ 2024

ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນໂທ ຟ້າມເຈື່ອງເຊີນ, ຮອງເສນາທິການໃຫຍ່ກອງປະທັບປະຊາຊົນ ຫວຽດນາມ ນຳໜ້າ ໄດ້ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ ຄັ້ງທີ 9 (Singapore Airshow 2024) ເຊິ່ງດຳເນີນແຕ່ວັນທີ 20 ຫາວັນທີ 25 ກຸມພາ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານວາງສະແດງ

ໂດຍໄດ້ຮັບຄຳເຊີນຈາກກະຊວງປ້ອງກັນປະເທດ ສິງກະໂປ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນໂທ ຟ້າມເຈື່ອງເຊີນ, ຮອງເສນາທິການໃຫຍ່ກອງປະທັບປະຊາຊົນ ຫວຽດນາມ ນຳໜ້າ ໄດ້ເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ ຄັ້ງທີ 9 (Singapore Airshow 2024) ເຊິ່ງດຳເນີນແຕ່ວັນທີ 20 ຫາວັນທີ 25 ກຸມພາ. ທີ່ງານວາງສະແດງ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າເປີດສະຫຼອງ, ຢ້ຽມຊົມບັນດາເຂດວາງສະແດງຜະລິດຕະພັນຂອງບາງວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນໂລກ, ຮັບຊົມການວາງສະແດງການບິນ ໂດຍກອງທັບອາກາດ ສິງກະໂປ, ອິນເດຍ, ອາເມລິກາ, ສ.ເກົາຫຼີ, ຈີນ, ອິນໂດເນເຊຍ, ອົດສະຕາລີ ແລະ ບາງບໍລິສັດການບິນພົນລະເຮືອນສາກົນສະແດງ.

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top