• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານ​ວາ​ລະ​ປຶກ​ສາ​ຫາ​ລື​ລວມ​ຂອງ ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸ​ດ​ທີ 77

ບັນດາສິ່ງທ້າທາຍໃນທົ່ວໂລກຄື ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ຄວາມຂາດຍຸຕິທຳ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG), ຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດ ກໍຮຽກຮ້ອງໃຫ້ບັນດາປະເທດພ້ອມກັນຮ່ວມມື, ເຈລະຈາເພື່ອມຸ່ງໄປເຖິງອະນາຄົດ.

ບັນດາສິ່ງທ້າທາຍໃນທົ່ວໂລກຄື ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ຄວາມຂາດຍຸຕິທຳ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG), ຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດ ກໍຮຽກຮ້ອງໃຫ້ບັນດາປະເທດພ້ອມກັນຮ່ວມມື, ເຈລະຈາເພື່ອມຸ່ງໄປເຖິງອະນາຄົດ.

    

ວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ ສປຊ ຊຸດທີ 77

ວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ໄຂຂຶ້ນໃນວັນທີ 20 ກັນຍາ ດ້ວຍຫົວຂໍ້ “ບາດລ້ຽວ: ບັນດາມາດຕະການຜັນປ່ຽນຕໍ່ໜ້າສິ່ງທ້າທາຍໃນການເຊື່ອມຕໍ່”. ເຂົ້າຮ່ວມເຫດການນີ້ ລວມມີທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານ Csaba Korosi ປະທານສະມັດຊາໃຫຍ່ື ສປຊ ຊຸດທີ 77 ພ້ອມດ້ວຍການນຳລັດ, ລັດຖະບານບັນດາປະເທດສະມາຊິກ ສປຊ. ທີ່ພິທີໄຂ, ທ່ານເລຂາທິການໃຫຍ່ ສປຊ ຖືວ່າ ສະພາບການໂລກນັບມື້ນັບຖືກແບ່ງແຍກ ແລະ ເຕັມໄປດ້ວຍສິ່ງທ້າທາຍ ແຕ່ກໍຍັງມີຄວາມຫວັງຫຼາຍຢ່າງຖ້າຫາກວ່າ ປະຊາຄົມສາກົນສາມາດຮ່ວມແຮງຮ່ວມໃຈປະກອບສ່ວນພ້ອມກັນກະທຳ. ບັນດາສິ່ງທ້າທາຍໃນທົ່ວໂລກຄື ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ຄວາມຂາດຍຸຕິທຳ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG), ຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດ ກໍຮຽກຮ້ອງໃຫ້ບັນດາປະເທດພ້ອມກັນຮ່ວມມື, ເຈລະຈາເພື່ອມຸ່ງໄປເຖິງອະນາຄົດ.

        ໃນຖານະບົດບາດເປັນຮອງປະທານສະມັດຊາໃຫຍ່ ສປຊ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມການບໍລິຫານພິທີໄຂວາລະປຶກສາຫາລືລວມ. ວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ ສປຊ ຊຸດທີ 77 ຈະແກ່ຍາວຮອດວັນທີ 26 ກັນຍາ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top