• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປາ​ໄສ​​ສົນ​ທະ​ນາ​ການຮ່ວມ​ມື ອາ​ຊີ ຄັ້ງ​ທີ 3

ນັບແຕ່ວັນທີ 2 – 3 ຕຸລາ, ກອງປະຊຸມສຸດຍອດ ເວທີປາໄສສົນທະນາຮ່ວມມື ອາຊີ (ACD) ຄັ້ງທີ 3 ໄດ້ດຳເນີນຢູ່ນະຄອນ Doha, ກາຕາ. ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນມິງຮັ່ງ ໄດ້ນຳພາຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ເຮັດວຽກຢູ່ ກາຕາ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຖ່າຍຮູບເປັນທີ່ລະນຶກ (ພາບ: ສຳນັກຂ່າວສານ Qatar QNA)

ດ້ວຍຫົວຂໍ້ “ການທູດກິລາ”, ກອງປະຊຸມສຸດຍອດ ACD ຄັ້ງທີ 3 ໄດ້ຮັບຮອງເອົາຖະແຫຼງການຮ່ວມ Doha, ຢັ້ງຢືນຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກສືບຕໍ່ຊຸກຍູ້ການເຈລະຈາ ແລະ ຮ່ວມມື, ຜັນຂະຫຍາຍແຜນການດຳເນີນງານ ACD ໄລຍະ 2021 – 2030 ແລະ ວິໄສທັດ ACD 2030 ໃຫ້ມີປະສິດທິຜົນ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ນາງ ຫງວຽນມິງຮັ່ງ ຖືວ່າ ACD ຕ້ອງສຸມໃສ່ບາງຈຸດສຸມການຮ່ວມມື, ເຊັ່ນ: ຍົກສູງລັດທິຫຼາຍຝ່າຍ, ການສົນທະນາ ແລະ ຮ່ວມມືເພື່ອສັນຕິພາບ ແລະ ວັດທະນາຖາວອນ, ໜູນຊ່ວຍບັນດາປະເທດໃນການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຍູ້ແຮງການເຊື່ອມຕໍ່, ພົບປະແລກປ່ຽນລະຫວ່າງປະຊາຊົນບັນດາປະເທດ… ທ່ານນາງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນການເຄື່ອນໄຫວຂອງບັນດາການຈັດຕັ້ງ, ກົນໄກຮ່ວມມືທົ່ວໂລກ, ລະຫວ່າງເຂດພາກ ແລະ ພາກພື້ນເພື່ອສັນຕິພາບ, ການຮ່ວມມື  ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top