• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-​ຊາຍ

ວັນທີ 3 ເມສາ, ໃນຂອບເຂດກອງປະຊຸມຊຸດທີ 55 ຂອງສະພາສິດທິມະນຸດ ສປຊ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າສາກົນ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ, ສະວິດ ໄດ້ມີບົດກ່າວປາໄສລວມ ຕາງໜ້າໃຫ້ກຸ່ມບັນດາປະເທດລະຫວ່າງພາກພື້ນ ດ້ວຍເນື້ອໃນ ຮຽກຮ້ອງຍູ້ໄວການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ດ້ວຍບັນດາຂໍ້ສະເໜີແນະກ່ຽວກັບການກຳນົດທິດລະອຽດ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ຟານມາຍຢຸງ ໄດ້ເນັ້ນໜັກເຖິງລັກສະນະຄວາມຈຳເປັນທີ່ຕ້ອງຍູ້ໄວຄວາມຄືບໜ້າ ມຸ່ງໄປເຖິງການບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນປີ 2030 ແລະ ຫວຽດນາມ ຢັ້ງຢືນທັດສະນະລວມ ນັ້ນແມ່ນ ຕ້ອງເຊີດຊູຄວາມສຳຄັນຂອງການປະຕິບັດບັນດາເປົ້າໝາຍ SDGs ເພື່ອບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ກໍຄືຄວາມຈຳເປັນຂອງການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃຫ້ປະກົດຜົນເປັນຈິງ ແນໃສ່ບັນລຸໄດ້ບັນດາເປົ້າໝາຍ SDGs. ຫວຽດນາມ ແລະ ກຸ່ມບັນດາປະເທດລະຫວ່າງພາກພື້ນ ກໍໄດ້ສະເໜີບາງການກຳນົດທິດ, ເຊັ່ນ: ໃຫ້ບຸລິມະສິດໃນການຍູ້ແຮງການເຂົ້າຮ່ວມຂອງແມ່ຍິງ ແລະ ເດັກຍິງຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ມີຄວາມໝາຍ ແລະ ຮັບຮູ້ການມີສ່ວນຮ່ວມຂອງເຂົາເຈົ້າໃນກົນໄກຕັດສິນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ; ຊຸກຍູ້ການເຂົ້າຮ່ວມຢ່າງມີຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຄົບຖ້ວນ, ເພີ່ມທະວີບົດບາດຂອງແມ່ຍິງ ແລະ ເດັກຍິງໃນທຸກວິວັດທະນາການສ້າງສັນຕິພາບ ແລະ ຄວາມໝັ້ນຄົງ, ຮັບປະກັນສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ລະດັບຊາດ, ພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top