ຂ່າວສານ ຫວຽດນາມ ຮຽກຮ້ອງໃຫ້ ໄຕ້ຫວັນ (ຈີນ) ບໍ່ດຳເນີນການເຄື່ອນໄຫວຊ້ອມຮົບຍິງປືນແທ້ຢູ່ເຂດທະເລຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ອີກຕໍ່ໄປ 09/06/2023 ຫວຽດນາມ ມີຫຼັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ. ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: laodong.vn)ວັນທີ 08 ມິຖຸນາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເມື່ອຖືກຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ສຳລັບເລື່ອງ ວັນທີ 7 ມິຖຸນາ, ໄຕ້ຫວັນ (ຈີນ) ໄດ້ດຳເນີນການຊ້ອມຮົບຍິງປືນແທ້ຢູ່ເຂດທະເລ ອ້ອມຮອບເກາະ ບາບິ່ງ, ຂຶຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ. ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ມີຫຼັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ. ເລື່ອງ ໄຕ້ຫວັນ (ຈີນ) ດຳເນີນການຊ້ອມຮົບຍິງລູກປືນແທ້ ຢູ່ເຂດທະເລອ້ອມຮອບເກາະ ບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳຜິດກົດໝາຍອະທິປະໄຕຂອງ ຫວຽດນາມ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ ຢ່າງຮ້າຍແຮງ; ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ ຈົ່ງຍົກເລີກການເຄື່ອນໄຫວຜິດກົດໝາຍດັ່ງກ່າວ ແລະ ບໍ່ໃຫ້ມີການກະທຳຜິດກົດໝາຍທີ່ຄ້າຍຄືກັນອີກຕໍ່ໄປ. (ແຫຼ່ງຄັດຈາກ VOV)

ຫວຽດນາມ ມີຫຼັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ. ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: laodong.vn)ວັນທີ 08 ມິຖຸນາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເມື່ອຖືກຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ສຳລັບເລື່ອງ ວັນທີ 7 ມິຖຸນາ, ໄຕ້ຫວັນ (ຈີນ) ໄດ້ດຳເນີນການຊ້ອມຮົບຍິງປືນແທ້ຢູ່ເຂດທະເລ ອ້ອມຮອບເກາະ ບາບິ່ງ, ຂຶຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ. ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ມີຫຼັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ. ເລື່ອງ ໄຕ້ຫວັນ (ຈີນ) ດຳເນີນການຊ້ອມຮົບຍິງລູກປືນແທ້ ຢູ່ເຂດທະເລອ້ອມຮອບເກາະ ບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳຜິດກົດໝາຍອະທິປະໄຕຂອງ ຫວຽດນາມ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ ຢ່າງຮ້າຍແຮງ; ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ ຈົ່ງຍົກເລີກການເຄື່ອນໄຫວຜິດກົດໝາຍດັ່ງກ່າວ ແລະ ບໍ່ໃຫ້ມີການກະທຳຜິດກົດໝາຍທີ່ຄ້າຍຄືກັນອີກຕໍ່ໄປ.
ບັນດາບົດຕໍ່ໄປ ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ16/12/2025ຂ່າວສານຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030. ງານມະໂຫລາມອາຫານການກິນ ແລະ ການທ່ອງທ່ຽວໝູ່ບ້ານອາຊີບ, ຖະໜົນອາຊີບດຶງດູດແຂກກ່ວາ 30.000 ເທື່ອຄົນເຂົ້າຮ່ວມ16/12/2025ຂ່າວສານບາດກ້າວເດີນໃໝ່ໃນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ16/12/2025ຂ່າວສານຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 20 ລ້ານ16/12/2025ຂ່າວສານກຳນົດຈຸດຢຶນຂອງເສດຖະກິດທະເລ ຫວຽດນາມ ຕາມທິດສີຂຽວ ແລະ ຍືນຍົງ16/12/2025ຂ່າວສານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 8115/12/2025ຂ່າວສານເລຂາທິການໃຫຍ່ ໂຕເລິມ: ວິວັດທະນາການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກໄດ້ດຳເນີນຢ່າງພິຖີພິຖັນ ແລະ ມີແບບມີແຜນ15/12/2025ຂ່າວສານ ອ່ານເພີ່ມ