• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຜູ້​ທີ 20 ລ້ານ

ຕອນບ່າຍວັນທີ 15 ທັນວາ, ຢູ່ເຂດເສດຖະກິດພິເສດ ຝຸກວັກ, ແຂວງ ອານຢາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ອານຢາງ ຈັດຕັ້ງພິທີຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 20 ລ້ານຢູ່ສະໜາມບິນສາກົນ ຝຸກວັກ.

 

ພິທີຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 20 ລ້ານ (ພາບ: VOV5)

ທ່ານນາງ Karolina Agnieszka Muskus, ຖືສັນຊາດ ໂປໂລຍ, ໄດ້ເດີນທາງມາຍັງ ຝຸກວັກ ຂອງ ຫວຽດນາມ ໃນຕອນບ່າຍວັນທີ 15 ທັນວາ ເປັນແຂກທ່ອງທ່ຽວຜູ້ທີ 20 ລ້ານ. ນີ້ແມ່ນຄັ້ງທຳອິດໃນຮອບເວລາ 65 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຂະແໜງທ່ອງທ່ຽວ ຫວຽດນາມ ບັນລຸໄດ້ຂີດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 20 ລ້ານເທື່ອຄົນໃນປີໜຶ່ງ, ເຊິ່ງເປັນຂີດໝາຍບາດກ້າວພັດທະນາໃໝ່ໃນວິວັດທະນາການຟື້ນຟູ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນຕະຫຼາດທ່ອງທ່ຽວສາກົນ, ຢັ້ງຢືນທີ່ຕັ້ງ, ບົດບາດ, ອິດທິພົນຊື່ສຽງ, ທ່າໄດ້ປຽບແກ້ງແຍ້ງຂອງການທ່ອງທ່ຽວ ຫວຽດນາມ ໃນທົ່ວໂລກ.

ທ່ານ ໂຮ່ອານຟອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ໃນເຫດການ, ທ່ານ ໂຮ່ອານຟອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໄດ້ຢັ້ງຢືນວ່າ ນີ້ແມ່ນຂີດໝາຍທີ່ສະແດງໃຫ້ເຫັນຄວາມເຊື່ອໝັ້ນທີ່ນັບມື້ນັບສູງຂອງແຂກທ່ອງທ່ຽວສາກົນ ຕໍ່ປະເທດ ຫວຽດນາມ ທີ່ປອດໄພ, ສະໜິດສະໜົມ, ດູດດື່ມ ແລະ ເຕັມໄປດ້ວຍສະຖານທີ່ຄົ້ນຫາ.

(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top