• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງວິ​ທີ​ສຳ​ຜັດ​ຮອບ​ດ້ານ​ໃນ​ການ​ແກ້​ໄຂ​ບັນ​ດ​າ​ສິ່ງ​ທ້າ​ທາຍ​ຢູ່ ມາ​ລີ

ໃນວັນທີ 8 ຕຸລາ (ຕາມເວລາ New York). ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ມາລີ ໃນໄລຍະມໍໍ່ໆມານີ້.

ທ່ານດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ ຕາງໜ້າໃຫ້ ຫວຽດນາມ ແລະ ອິນໂດເນເຊຍ, ເຊິ່ງແມ່ນ 2 ປະເທດທີ່ເປັນສະມາຊິກຂອງ ອາຊຽນ ຢູ່ ສະຫະປະຊາຊາດ, ຢັ້ງຢືນຄືນໃໝ່ການສະໜັບສະໜູນຄວາມສາມັກຄີ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ມາລີ; ທ່ານ ໃຫ້ຮູ້ວ່າ 2 ປະເທດໄດ້ຕິດຕາມສະພາບການຢູ່ ມາລີ ຢ່າງໃກ້ຊິດ ແລະ ຮັບຮູ້ການແຕ່ງຕັ້ງ ປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ຂອງລັດຖະບານຂ້າມຜ່ານ. ຕໍ່ໜ້າສະພາບຄວາມໝັ້ນຄົງບໍ່ດີຍ້ອນກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງເພີ່ມຂຶ້ນ, ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືເພື່ອຊຸກຍູ້ຄວາມປອງດອງຊາດ; ສືບຕໍ່ປະຕິບັດບັນດາຂໍ້ຕົກລົງສັນຕິພາບ ປີ 2015. ທ່ານ ດັ້ງດິ່ງກຸ໊ຍ ຮຽກຮ້ອງໃຫ້ມີວິທີການສຳຜັດຮອບດ້ານໃນການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງ, ມະນຸດສະທຳ; ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢູ່ ມາລີ…
(ແຫຼ່ງຄັດຈາກ VOV)


Top