• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮັບ​ປະ​ກັນ​ການ​ສຳ​ຜັດ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ​ກັບ ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ

ການຮັບປະກັນການສຳຜັດຢ່າງມີຄວາມສະເໝີພາບກັບເຕັກໂນໂລຢີດີຈີຕອນ ແມ່ນບຸລິມະສິດຂອງ ຫວຽດນາມ ແລະ ປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກພື້ນຖານເສດຖະກິດດີຈີຕອນ.
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສປຊ (ພາບ:TTXVN)

ໃນຂອບເຂດກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສປຊ ຢູ່ເຊີແນວ, ທ່ານ ກຸງດຶກເຮິນ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ກ່າວຄຳເຫັນທີ່ວາລະໂອ້ລົມ ກັບຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ກ່ຽວກັບເຕັກໂນໂລຢີຫາກໍ່ພົ້ນເດັນຂຶ້ນໃໝ່ ແລະ ກັບນັກລາຍງານພິເສດ ຂອງສປຊ ກ່ຽວກັບຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ.

ທີ່ການໂອ້ລົມກັບທ່ານ Volker Turk ຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ກ່ຽວກັບເຕັກໂນໂລຢືິທີ່ຫາກໍ່ພົ້ນເດັ່ນຂຶ້ນ, ທ່ານ ກຸງດຶກເຮິນ ແບ່ງປັນວ່າ ການຮັບປະກັນການສຳຜັດຢ່າງມີຄວາມສະເໝີພາບກັບເຕັກໂນໂລຢີດີຈີຕອນ ແມ່ນບຸລິມະສິດຂອງ ຫວຽດນາມ ແລະ ປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກພື້ນຖານເສດຖະກິດດີຈີຕອນ. ໂຄງການຫັນເປັນດີຈີຕອນແຫ່ງຊາດ ຂອງ ຫວຽດນາມ ມຸ່ງໄປເຖິງການຮັດແຄບຊ່ອງວ່າງດີຈີຕອນ ຜ່ານການເປີດກວ້າງການສຳຜັດກັບອິນເຕີເນັດ ຢູ່ເຂດຊົນນະບົດ ແລະ ເຂດປະສົບກັບຄວາມຫຍຸ້ງຍາກ, ຍົກສູງລະດັບວິຊາສະເພາະດ້ານເຕັກນິກດີຈີຕອນ ແລະ ເພີ່ມທະວີການໜູນຊ່ວຍໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງ. ທ່ານ ກຸງດຶກເຮິນ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດ ໃນສະພາບການປະຕິວັດດີຈີຕອນ, ພິເສດແມ່ນການພັດທະນາໂດຍໄວຂອງອິນເຕີເນັດ ແລະ ປັນຍາປະດິດ(AI)… ຫວຽດນາມ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ກັບບັນດາອົງການໃນພາກພື້ນ ແລະ ສາກົນ, ແບ່ງປັນບົດຮຽນປະສົບການທີ່ດີທີ່ສຸດ, ສົມທົບກັນຮັບມື ແລະ ສ້າງບັນດາມາດຖານທົ່ວໂລກກ່ຽວກັບການພັດທະນາແບບຍືນຍົງໂດຍອີງໃສ່ ບັນດາເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top