• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ; ສອງ​ຝ່າຍ​ອອກ​ຖະ​ແຫຼງ​ການ​ຮ່ວມ

ຕອນບ່າຍວັນທີ 10 ມີນາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ ວັງ Merdeka, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ມີການພົບປະສອງຝ່າຍກັບທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto. ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີຍົກລະດັບການພົວພັນ ຫວຽດນາມ - ອິນໂດເນເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Prabowo Subianto ເຫັນດີສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດເລິກເຊິ່ງກວ່າອີກ ໂດຍຜ່ານການແລກປ່ຽນ, ພົບປະສອງຝ່າຍ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງໃນທຸກຊ່ອງທາງ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ສ້າງແຜນການເຄື່ອນໄຫວໂດຍໄວ ເພື່ອຂຸດຄົ້ນ ແລະ ຍົກລະດັບການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Prabowo Subianto (ພາບ: TTXVN)

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Prabowo Subianto ເຫັນດີເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກວ່າອີກ; ສູ້ຊົນບັນລຸວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ USD  ຕາມທິດດຸ່ນດ່ຽງ; ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ສົ່ງເສີມ, ອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດສອງປະເທດລົງທຶນເຂົ້າຕະຫຼາດຂອງກັນ.

ສອງຝ່າຍກໍເຫັນດີເປີດກວ້າງການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ມຸ່ງໄປເຖິງການສ້າງການພົວພັນຄູ່ຮ່ວມມືດີຈີຕອນ, ເສດຖະກິດດີຈີຕອນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່.

ການນຳສອງທ່ານກໍຢັ້ງຢືນຄວາມປາດຖະໜາຂອງສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນກວ່າໃນ ອາຊຽນ, ເພື່ອພ້ອມກັນສ້າງ ອາຊຽນ ທີ່ເຂັ້ມແຂງ, ເສີມຂະຫຍາຍບົດບາດເປັນໃຈກາງ, ປັບປຸງຄວາມສາມັກຄີພາຍໃນກຸ່ມ.

ໃນການຖະແຫຼງຂ່າວພາຍຫຼັງການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ:

“ເລື່ອງ ຫວຽດນາມ ແລະ ອິນໂດເນເຊຍ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນຂີດໝາຍປະຫວັດສາດ, ເປີດກວ້າງສັງກາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນທຸກຊ່ອງທາງ, ບັນດາຂົງເຂດ, ນຳການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກກພື້ນ ແລະ ໃນໂລກ”.

ສ່ວນທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto ໃຫ້ຮູ້ວ່າ ຈະມາຢ້ຽມຢາມ ຫວຽດນາມ ໃນໄວໆນີ້, ຊົມເຊີຍບັນດາວາລະປຶກສາຫາລື, ຂໍ້ຕົກລົງທີ່ໄດ້ລົງນາມ ແລະ ປາດຖະໜາວ່າ ບັນດາຂໍ້ຕົກລົງຮ່ວມມືນັ້ນ ຈະນຳມາເຊິ່ງປະສິດທິຜົນທີ່ແທດຈິງ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມສອງປະເທດ.

ເນື່ອງໃນໂອກາດນີ້, 2 ຝ່າຍ ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເນັ້ນໜັກເຖິງເລື່ອງເພີ່ມທະວີການພົວພັນສອງຝ່າຍ; ໃຫ້ຄຳໝັ້ນສັນຍາເຮັດໃຫ້ການຮ່ວມມືໃນທຸກຊ່ອງທາງມີຄວາມເລິກເຊິ່ງກວ່າເກົ່າ; ຮ່ວມມື ແລະ ສົມທົບກັນແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ ບົນພື້ນຖານເຄົາລົບກົດໝາຍສາກົນ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນເອກະລາດການເມືອງ; ຊຸກຍູ້ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍບົດບາດເປັນໃຈກາງ ແລະ ກວມລວມ. ສອງຝ່າຍກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top