• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ອາ​ເມ​ລິ​ກາ ​ປຶກ​ສາ​ຫາ​ລື​ດ້ານ​ປ້ອງ​ກັນ​ຊາດ

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ Stephen Sklenka ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງການເຮັດວຽກລະຫວ່າງ ຄະນະຜູ້ແທນກົມແຜນການຍຸດທະສາດ ແລະ ກຳນົດນະໂຍບາຍ ກັບ ກົມພົວພັນການຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ). 

ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໃຫ້ການຕ້ອນຮັບທ່ານ Daniel J. Kritenbrink, ເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ. ພາບ: TTXVN

ວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Daniel J. Kritenbrink, ເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ, ແລະ ຄະນະຜູ້ແທນກົມແຜນການຍຸດທະສາດ ແລະ ວາງກຳນົດນະໂຍບາຍ (ກອງບັນຊາການມະຫາສະໝຸດອິນເດຍ -ປາຊີຟິກ ຂອງ ອາເມລິກາ), ເນື່ອງໃນໂອກາດຄະນະມາເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອາເມລິກາ.

        ທ່ານ  Daniel J. Kritenbrink ຖືວ່າ ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງການພົວພັນອັນດີງາມລະຫວ່າງກອງທັບສອງປະເທດຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດ.

        ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ Stephen Sklenka ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງການເຮັດວຽກລະຫວ່າງ ຄະນະຜູ້ແທນກົມແຜນການຍຸດທະສາດ ແລະ ກຳນົດນະໂຍບາຍ ກັບ ກົມພົວພັນການຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ). ຕາມນັ້ນແລ້ວ, ສອງອົງການລ້ວນແຕ່ເຫັນດີເປັນເອກະພາບໃນການສ້າງເສັ້ນທາງ, ແຜນການເພື່ອແນໃສ່ຊຸກຍູ້ການປະຕິບັດໂຄງການຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດສອງປະເທດເຊິ່ງໄດ້ກຳນົດໃນປີ 2019 ແລະ ໃນຊຸມປີຕໍ່ໆໄປ.

        ທ່ານພົນໂທ ຫງວຽນຈີ໊ວິງ ມີຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ກໍ່ສ້າງ ແລະ ຍູ້ແຮງບັນດາແຜນການຮ່ວມມືໃນອະນາຄົດ, ເປັນຕົ້ນແມ່ນບັນດາຂົງເຂດການເດີນເຮືອ, ຄວາມໝັ້ນຄົງທາງທະເລ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະກອບສ່ວນກໍ່ສ້າງຕັ້ງພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ໃຫ້ນັບມື້ນັບມີສະຖຽນລະພາບ, ສັນຕິພາບ ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top